lo_tn/1co/09/03.md

2.9 KiB

ນີ້ຄືຄຳໃຫ້ການຂອງຂ້າພະເຈົ້າ... ຂ້າພະເຈົ້າ: ຈົ່ງເຮັດ

ອາດ ນີ້ຄວາມຫມາຍແມ່ນ 1) ຄຳຕ່າງໆທີ່ຕາມມາແມ່ນຄຳໃຫ້ການຂອງໂປໂລ ຫລື 2) ຄຳທັງຫລາຍໃນ 9:1 ແມ່ນຄຳໃຫ້ການຂອງໂປໂລ "ແມ່ນຄຳໃຫ້ການຂອງຂ້າພະເຈົ້າ... ຂ້າພະເຈົ້າ:ຈົ່ງເຮັດ."

ພວກເຮົາບໍ່ມີສິດທີ່ຈະກິນແລະດື່ມບໍ?

ໂປໂລໃຊ້ຄຳຖາມເພື່ອເນັ້ນວ່າເພິ່ນຮູ້ວ່າຊາວເມືອງໂກຣິນໂທເຫັນດີກັບສິ່ງທີ່ເພິ່ນກຳລັງກ່າວ. ແປອີກຢ່າງຫນຶ່ງວ່າ: "ເຮົາມີສິດຢ່າງສົມບູນທີ່ຈະກິນແລະດື່ມຈາກຄຣິສະຈັກທັງຫລາຍ" (ເບິ່ງ:

ພວກເຮົາບໍ່ມີສິດທີ່ຈະພາພັນຣະຍາທີ່ເປັນຜູ້ທີ່ເຊື່ອໄປກັບເຮົາ, ເຫມືອນກັບພວກອັກຄະສາວົກທີ່ເຫລືອ, ແລະເຫມືອນທີ່ພວກພີ່ນ້ອງໃນອົງພຣະຜູ້ເປັນເຈົ້າ, ແລະເກຟາບໍ?

ໂປໂລໃຊ້ຄຳຖາມເພື່ອເນັ້ນວ່າເພິ່ນຮູ້ວ່າຊາວເມືອງໂກຣິນໂທເຫັນດີກັບສິ່ງທີ່ເພິ່ນກຳລັງກ່າວ. ແປອີກຢ່າງຫນຶ່ງວ່າ: "ຖ້າເຮົາມີພັນລະຍາທີ່ເປັນຜູ້ທີ່ເຊື່ອ, ເຮົາມີສິດທີ່ຈະພາພວກເຂົາໄປກັບພວກເຮົາເໝືອນອັກຄະສາວົກຄົນອື່ນໆ, ແລະພີ່ນ້ອງທັງຫລາຍໃນອົງພຣະຜູ້ເປັນເຈົ້າ, ແລະເກຟາ." (ເບິ່ງ: rc://*/ta/man/translate/figs-rquestion)

ມີພຽງບາຣະນາບາແລະຂ້າພະເຈົ້າເທົ່ານັ້ນທີ່ຕ້ອງເຮັດວຽກບໍ?

ໂປໂລກຳລັງເຮັດໃຫ້ຊາວເມືອງໂກຣິນໂທອັບອາຍ. ແປອີກຢ່າງຫນຶ່ງວ່າ: "ທ່ານເບິ່ງເຫມືອນຈະຄິດວ່າພຽງຄົນດຽວທີ່ຄິດວ່າຈຳເປັນຕ້ອງເຮັດວຽກເພື່ອຫາເງິນຄື ບາຣະນາບາແລະຂ້າພະເຈົ້າ." (ເບິ່ງ: rc://*/ta/man/translate/figs-rquestion)