lo_tn/1co/09/01.md

3.4 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລກຳລັງອະທິບາຍເຖິງການທີ່ເພິ່ນໃຊ້ເສຣີພາບທີ່ເພິ່ນມີໃນພຣະຄຣິດແນວໃດ.

ຂ້າພຣະເຈົ້າບໍ່ໄດ້ເປັນອິສຣະບໍ?

ໂປໂລໃຊ້ສຳນວນຄຳຖາມເພື່ອເຕືອນຊາວເມືອງໂກຣິນໂທເຖິງສິດຂອງເພິ່ນ. ແປອີກຢ່າງຫນຶ່ງວ່າ: "ຂ້າພະເຈົ້າເປັນຄົນເສຣີ" (ເບິ່ງ: rc://*/ta/man/translate/figs-rquestion)

ຂ້າພະເຈົ້າບໍ່ໄດ້ເປັນອັກຄະສາວົກບໍ?

ໂປໂລໃຊ້ສຳນວນຄຳຖາມເພື່ອເຕືອນຊາວເມືອງໂກຣິນໂທໃຫ້ຮູ້ວ່າເພິ່ນແມ່ນໃຜແລະມີສິດຫຍັງ. ແປອີກຢ່າງຫນຶ່ງວ່າ: "ຂ້າພະເຈົ້າເປັນອັກຄະສາວົກ."(ເບິ່ງ: rc://*/ta/man/translate/figs-rquestion)

ຂ້າພະເຈົ້າບໍ່ໄດ້ເຫັນພຣະເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາບໍ?

ໂປໂລໃຊ້ສຳນວນຄຳຖາມນີ້ເພື່ອເຕືອນຊາວເມືອງໂກຣິນໂທໃຫ້ຮູ້ວ່າເພິ່ນແມ່ນໃຜ. ແປອີກຢ່າງຫນຶ່ງວ່າ: "ຂ້າພະເຈົ້າໄດ້ເຫັນພຣະເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ." (ເບິ່ງ: rc://*/ta/man/translate/figs-rquestion)

ທ່ານທັງຫລາຍບໍ່ໄດ້ເປັນຄົນງານຂອງຂ້າພະເຈົ້າໃນອົງພຣະຜູ້ເປັນເຈົ້າບໍ?

ໂປໂລໃຊ້ສຳນວນຄຳຖາມນີ້ເພື່ອເຕືອນຊາວເມືອງໂກຣິນໂທໃຫ້ຮູ້ເຖິງຄວາມສຳພັນຂອງພວກເຂົາກັບທ່ານ. ແປອີກຢ່າງຫນຶ່ງວ່າ: "ທ່ານເຊື່ອໃນພຣະຄຣິດເພາະວ່າຂ້າພະເຈົ້າໄດ້ທຳງານໃນທາງທີ່ອົງພຣະຜູ້ເປັນເຈົ້າຕ້ອງການໃຫ້ຂ້າພະເຈົ້າເຮັດ" (ເບິ່ງ: rc://*/ta/man/translate/figs-rquestion)

ພວກທ່ານເປັນຫລັກຖານພິສູດການເປັນອັກຄະສາວົກໃນອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ

"ພິສູດ" ເປັນຄຳທີ່ໃຊ້ສະແດງເຖິງຫລັກຖານທີ່ໃຊ້ເພື່ອພິສູດບາງຢ່າງ. ແປອີກຢ່າງຫນຶ່ງວ່າ: "ທ່ານເປັນຫລັກຖານທີ່ຂ້າພະເຈົ້າສາມາດໃຊ້ພິສູດວ່າອົງພຣະຜູ້ເປັນເຈົ້າໄດ້ເລືອກຂ້າພະເຈົ້າໃຫ້ເປັນອັກຄະສາວົກ" (ເບິ່ງ: rc://*/ta/man/translate/figs-metonymy)