lo_tn/1co/08/01.md

4.2 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລເຕືອນຜູ້ທີ່ເຊື່ອວ່າ ຮູບເຄົາຣົບແມ່ນຈະບໍ່ມີອຳນາດ, ແຕ່ຜູ້ທີ່ເຊື່ອຕ້ອງຣະວັງບໍ່ໃຫ້ມີຜົນກະທົບຕໍ່ຜູ້ທີ່ມີຄວາມເຊື່ອທີ່ອ່ອນແອກວ່າ ເຊິ່ງກັງວົນໃຈກ່ຽວກັບຮູບເຄົາຣົບ. ເພິ່ນບອກໃຫ້ຜູ້ທີ່ເຊື່ອໃຫ້ລະມັດຣະວັງໃນເລື່ອງເສຣີພາບທີ່ມີໃນພຣະຄຣິດ.

ຂໍ້ມູນທົ່ວໄປ:

"ເຮົາ" ຫມາຍເຖິງໂປໂລແລະ, ເບິ່ງເຫມືອນວ່າຈະເປັນການໃຊ້ເປັນພິເສດສະເພາະກັບການຂຽນເຖິງຜູ້ທີ່ເຊື່ອຊາວເມືອງໂກຣິນໂທ, ລວມທັງຜູ້ທີ່ທັງຫລາຍ. (ເບິ່ງ: rc://*/ta/man/translate/figs-inclusive)

ສ່ວນເຫລືອ

ໂປໂລໃຊ້ປະໂຫຍກນີ້ໃນການເຂົ້າສູ່ຄຳຖາມຕໍ່ໄປທີ່ຊາວເມືອງໂກຣິນໂທຖາມເພິ່ນ.

ອາຫານທີ່ໃຊ້ບູຊາຮູບເຄົາຣົບ

ຄົນຕ່າງຊາດຈະຖວາຍເມັດພືດ, ປາ, ສັດປີກ, ຫລື ຊີ້ນແດ່ພະເຈົ້າຂອງພວກເຂົາ. ສ່ວນພວກປະໂລຫິດຈະເຜົາຂອງຖວາຍບູຊາບາງສ່ວນເທິງແທ່ນບູຊາ. ໂປໂລກຳລັງກ່າວເຖິງເລື່ອງສ່ວນທີ່ເຫລືອທີ່ປະໂລຫິດຈະຄືນໃຫ້ແກ່ຄົນທີ່ຖວາຍເພື່ອກິນຫລືຂາຍ ໃນຕະຫລາດ.

ເຮົາຮູ້ວ່າ "ເຮົາທຸກຄົນຕ່າງກໍ່ມີຄວາມຮູ້"

ໂປໂລກຳລັງຫມາຍເຖິງປະໂຫຍກທີ່ຊາວເມືອງໂກຣິນໂທເຄີຍໃຊ້. ແປອີກຢ່າງຫນຶ່ງວ່າ: "ພວກເຮົາຮູ້ວ່າ, ທ່ານ ພວກທ່ານເອງມັກກ່າວວ່າ, ນັ້ນ 'ເຮົາທຸກຄົນຕ່າງກໍ່ມີຄວາມຮູ້ '"

ຄວາມຮູ້ເຮັດໃຫ້ອວດຕົວ

ໂປໂລກຳລັງກ່າວເຖິງສິ່ງທີ່ຄົນທັງຫລາຍຮູ້ວ່າ ຖ້າຄົນໃດຄົນຫນຶ່ງສາມາດເຮັດໃຫ້ອີກຄົນຫນຶ່ງເປັນຫລາຍກວ່າທີ່ຄວນຈະເປັນ. ແປອີກຢ່າງຫນຶ່ງວ່າ: "ຄົນທັງຫລາຍຜູ້ທີ່ຮູ້ຫລາຍຄິດວ່າຕົນເອງດີກວ່າທີ່ຄວນຈະເປັນ." (ເບິ່ງ: rc://*/ta/man/translate/figs-metaphor)

ຄວາມຮັກເສີມກຳລັງຂຶ້ນ

ໂປໂລກ່າວເຖິງຄວາມຮັກທີ່ເປັນເຫມືອນຄົນຫນຶ່ງ ແລະການຊ່ວຍເຫລືອຄົນທັງຫລາຍໃນການສ້າງເຮືອນ. ແປອີກຢ່າງວ່າ: "ຄວາມຮັກທີ່ແທ້ຈິງຊ່ວຍຄົນທັງຫລາຍ" (ເບິ່ງ: rc://*/ta/man/translate/figs-metaphor)

ຄິດວ່າລາວຮູ້ບາງສິ່ງ

"ເຊື່ອວ່າລາວຮູ້ທຸກຢ່າງກ່ຽວກັບບາງສິ່ງ"

ຜູ້ນັ້ນຄວນຮູ້ດ້ວຍຕົວລາວ

ປະໂຫຍກນີ້ສາມາດຂຽນໄດ້ໃນຮູບແບບປົກກະຕິທົ່ວໄປ. ແປອີກຢ່າງຫນຶ່ງວ່າ: "ພຣະເຈົ້າຊົງຮູ້ຈັກຄົນນັ້ນ" (ເບິ່ງ: gs_activepassive )