lo_tn/1co/07/12.md

2.4 KiB

ເນື້ອຫາ

"ເຕັມໃຈ" ຫລື "ພໍໃຈ"

ເພາະວ່າຜົວທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຍ້ອນເມຍ

ໃນທີ່ນີ້ອາດມີຄວາມຫມາຍ 1) "ເພາະພຣະເຈົ້າຊົງຊຳຣະຜົວຜູ້ທີ່ບໍ່ເຊື່ອເພື່ອພຣະອົງເອງ ເພາະເມຍຜູ້ທີ່ເຊື່ອຂອງລາວ" ຫລື 2) "ພຣະເຈົ້າຊົງຊຳຣະຜົວຜູ້ບໍ່ເຊື່ອເຫມືອນພຣະອົງຊົງຊຳຣະລູກຊາຍເພາະເຫັນແກ່ເມຍຜູ້ທີ່ເຊື່ອຂອງລາວ" (ເບິ່ງ: rc://*/ta/man/translate/figs-activepassive)

ຜົວ...ເມຍ

ຄຳເຫລົ່ານີ້ເປັນພາສາກຣີກດຽວກັນສຳລັບ "ຜູ້ຊາຍ" ແລະ "ຜູ້ຍິງ."

ເມຍທີ່ບໍ່ໄດ້ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຜ່ານທາງຜົວ

ໃນທີ່ນີ້ອາດມີຄວາມຫມາຍ 1) "ພຣະເຈົ້າຊົງຊຳຣະເມຍທີ່ບໍ່ເຊື່ອເພື່ອພຣະອົງເອງ ເພາະຜົວຜູ້ທີ່ເຊື່ອຂອງນາງ" ຫລື 2) "ພຣະເຈົ້າຊົງຊຳຣະເມຍຜູ້ທີ່ບໍ່ເຊື່ອ ເຫມືອນພຣະອົງຊົງຊຳຣະລູກສາວເພາະເຫັນແກ່ຜົວຜູ້ທີ່ເຊື່ອຂອງນາງ" (ເບິ່ງ: rc://*/ta/man/translate/figs-activepassive)

ພີ່ນ້ອງ

ຊາຍຜູ້ທີ່ເຊື່ອ ຫລື ຜົວ

ພວກເຂົາໄດ້ຮັບການຊຳຣະໃຫ້ບໍຣິສຸດ

ໃນທີ່ນີ້ອາດມີຄວາມຫມາຍ 1) "ພຣະເຈົ້າຊົງຊຳຣະພວກເຂົາເພາະຕົວພຣະອົງເອງ" ຫລື 2) "ພຣະເຈົ້າຊົງຊຳຣະພວກເຂົາເຫມືອນພຣະອົງຊົງຊຳຣະລູກຂອງພຣະອົງ" (ເບິ່ງ: rc://*/ta/man/translate/figs-activepassive)