lo_tn/1co/07/01.md

3.2 KiB

ຂໍ້ມູນເຊື່ອຕໍ່:

ໂປໂລໄດ້ໃຫ້ຂໍ້ປະຕິບັດທີ່ສະເພາະເຈາະຈົງບາງປະການໃນເລື່ອງໃນເລື່ອງການແຕ່ງງານແກ່ບັນດາຜູ້ທີ່ເຊື່ອ.

ດຽວນີ້

ໂປໂລກຳລັງແນະນຳຫົວເລື່ອງໃຫມ່ໃນການສອນຂອງເພິ່ນ.

ບັນຫາທີ່ພວກທ່ານຂຽນເຖິງຂ້າພະເຈົ້າ

ຊາວເມືອງໂກຣິນໂທໄດ້ຂຽນຈົດຫມາຍເຖິງໂປໂລຂໍຄຳຕອບໃນບັນຫາຕ່າງໆໃຫ້ແນ່ນອນ.

ກ່ຽວກັບ: "ການທີ່ຜູ້ຊາຍບໍ່ແຕະຕ້ອງຜູ້ຍິງເລີຍເປັນເລື່ອງທີ່ດີແລ້ວ." ແຕ່ຍ້ອນວ່າ

ໃນທີ່ນີ້ອາດມີຄວາມຫມາຍ 1) ໂປໂລກຳລັງອ້າງໃນສິ່ງທີ່ຊາວເມືອງໂກຣິນໂທຂຽນ, "ກ່ຽວກັບ: ເລື່ອງທີ່ທ່ານຂຽນ 'ມັນເປັນສິ່ງທີ່ດີທີ່ຜູ້ຊາຍຈະບໍ່ແຕະຕ້ອງຜູ້ຍິງ.' ນັ້ນເປັນຄວາມຈິງແຕ່ຍ້ອນວ່າ" ຫລື 2) ໂປໂລກຳລັງກ່າວໃນສິ່ງທີ່ທ່ານຄິດ "ກ່ຽວກັບຄຳຕອບຂອງຂ້າພະເຈົ້ານັ້ນຄືແມ່ນ, ມັນເປັນສິ່ງທີ່ດີທີ່ຜູ້ຊາຍຈະບໍ່ແຕະຕ້ອງຜູ້ຍິງ. ແຕ່ຍ້ອນວ່າ"

ມັນເປັນເລື່ອງທີ່ດີ

"ມັນເປັນເລື່ອງທີ່ດີ," ບໍ່ທີ່ "ທີ່ຈະແຕະຕ້ອງ" ແມ່ນຜິດສິລະທັມ

ສຳລັບຜູ້ຊາຍ

ໃນທີ່ນີ້ອາດມີຄວາມຫມາຍ 1) ຄູ່ແຕ່ງງານຜູ້ຊາຍ ຫລື 2) ຜູ້ຊາຍໃດໆ.

ບໍ່ແຕະຕ້ອງຜູ້ຍິງ

ໃນທີ່ນີ້ອາດມີຄວາມຫມາຍ 1) "ບໍ່ມີເພດສຳພັນກັບຜູ້ຍິງ,"ເວົ້າຢູ່ນີ້ແມ່ນພັຣະຍາຂອງ "ຜູ້ຊາຍ" (ເບິ່ງ: [[rc:///ta/man/translate/figs-euphemism]]), ຫລື 2) "ບໍ່ແຕ່ງງານເລີຍ" (ເບິ່ງ: [[rc:///ta/man/translate/figs-metonymy]]).

ແຕ່ຍ້ອນວ່າມີສິ່ງລໍ້ລວງໃຈຕ່າງໆ ທີ່ຈະນຳໄປສູ່ການປະພຶດຜິດ, ແຕ່ລະຄົນ

"ແຕ່ຍ້ອນວ່າຊາຕານໄດ້ລໍ້ລວງມະນຸດໃຫ້ເຮັດບາບທາງເພດ, ແຕ່ລະຄົນ" ຫລື "ແຕ່ເຮົາປຣາຖນາທີ່ຈະເຮັດບາບທາງເພດເພາະທັມະຊາດແຫ່ງຄວາມບາບຂອງເຮົາ, ແຕ່ລະຄົນ"