lo_tn/1co/06/12.md

4.1 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລເຕືອນຜູ້ທີ່ເຊື່ອຊາວເມືອງໂກຣິນໂທວ່າພຣະເຈົ້າຕ້ອງການໃຫ້ພວກເຂົາບໍຣິສຸດເພາະວ່າພຣະຄຣິດໄດ້ຊື້ພວກເຂົາໂດຍການສິ້ນພຣະຊົນຂອງພຣະອົງ. ຮ່າງກາຍຂອງພວກເຂົາເປັນວິຫານຂອງພຣະເຈົ້າ. ທ່ານໄດ້ເຮັດໂດຍການກ່າວເຖິງສິ່ງທີ່ຊາວເມືອງໂກຣິນໂທຄວນເວົ້າແລະເຕືອນສອນພວກເຂົາ.

ຂ້າພະເຈົ້າເຮັດທຸກສິ່ງໄດ້

ໃນທີ່ນີ້ອາດມີຄວາມຫມາຍ 1) ໂປໂລກຳລັງຕອບໃນບາງສິ່ງທີ່ຊາວເມືອງໂກຣິນໂທຄວນຄິດ, "ບາງຄົນກ່າວວ່າ" ຂ້າພະເຈົ້າສາມາດເຮັດຫຍັງກໍ່ໄດ້ " ຫລື 2) ໂປໂລກຳລັງກ່າວຢ່າງປົກະຕິໃນສິ່ງທີ່ເພິ່ນຄິດວ່າຖືກຕ້ອງ, ພຣະເຈົ້າອະນຸຍາດໃຫ້ຂ້າພະເຈົ້າເຮັດຫຍັງກໍ່ໄດ້ "

ແຕ່ບໍ່ແມ່ນທຸກສິ່ງຈະເປັນປະໂຫຍດ

ໂປໂລກຳລັງຕອບຜູ້ໃດກໍ່ຕາມທີ່ເວົ້າວ່າ, "ຂ້າພະເຈົ້າເຮັດທຸກສິ່ງໄດ້ " ແປອີກຢ່າງຫນຶ່ງວ່າ: "ແຕ່ບໍ່ແມ່ນທຸກສິ່ງຈະເປັນປະໂຫຍດ"

ຂ້າພະເຈົ້າຈະບໍ່ໄດ້ຖືກບົງການໂດຍສິ່ງໃດໆ ເຫລົ່ານັ້ນ

ປະໂຫຍກນີ້ສາມາດຂຽນໃນຮູບແບບປົກກະຕິທົ່ວໄປໄດ້. ແປອີກຢ່າງຫນຶ່ງວ່າ: "ຂ້າພະເຈົ້າບໍ່ອະນຸຍາດໃຫ້ສິ່ງເຫລົ່ານັ້ນມາບົງການຂ້າພະເຈົ້າເຫມືອນເຈົ້ານາຍ" (ເບິ່ງ: rc://*/ta/man/translate/figs-activepassive)

ອາຫານນັ້ນມີໄວ້ສຳລັບກະເພາະ, ແລະກະເພາະກໍ່ມີໄວ້ສຳລັບອາຫານ, ແຕ່ພຣະເຈົ້າເປັນຜູ້ທີ່ທຳລາຍທັງສອງຢ່າງ

ໃນທີ່ນີ້ອາດມີຄວາມຫມາຍ 1) ໂປໂລກຳລັງຕັກເຕືອນໃນສິ່ງທີ່ຊາວເມືອງໂກຣິນໂທຄວນຄິດ, "ອາຫານນັ້ນມີໄວ້ສຳລັບກະເພາະ, ແລະກະເພາະກໍ່ມີໄວ້ສຳລັບອາຫານ," ໂດຍຄຳຕອບນີ້ພຣະເຈົ້າຈະເປັນຜູ້ທຳລາຍທັງກະເພາະແລະອາຫານ ຫລື 2) ໂປໂລເຫັນວ່າ "ອາຫານນັ້ນມີໄວ້ສຳລັບກະເພາະ, ແລະກະເພາະກໍ່ມີໄວ້ສຳລັບອາຫານ," ແຕ່ທ່ານກຳລັງເພິ່ມເຕີມວ່າພຣະເຈົ້າຊົງທຳລາຍທັງສອງຢ່າງຂອງພວກເຂົາ.

ອາຫານນັ້ນມີໄວ້ສຳລັບກະເພາະ, ແລະກະເພາະກໍ່ມີໄວ້ສຳລັບອາຫານ

ຄວາມຫມາຍຫນຶ່ງທີ່ເປັນໄປໄດ້ຄື ຜູ້ເວົ້າກຳລັງເວົ້າໂດຍອ້ອມກ່ຽວກັບຮ່າງກາຍແລະເພດ, ແຕ່ທ່ານຄວນແປຕາມຕົວອັກສອນວ່າ "ກະເພາະ" ແລະ "ອາຫານ"

ທຳລາຍດ້ວຍ

"ທຳລາຍ"