lo_tn/1co/06/04.md

5.2 KiB
Raw Permalink Blame History

ດັ່ງນັ້ນຖ້າທ່ານຕ້ອງຕັດສິນຄະດີຕ່າງໆທີ່ກ່ຽວກັບຊີວິດປະຈຳວັນ, ເປັນຫຍັງທ່ານຈຶ່ງພິຈາຣະນາຄະດີດັ່ງກ່າວຕໍ່ຫນ້າຜູ້ທີ່ບໍ່ໄດ້ຢູ່ໃນຄຣິສະຈັກ?

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ແມ່ນສຳນວນຄຳຖາມ (UDB) ຫລື 2) ນີ້ເປັນປະໂຫຍກ, "ເມື່ອໃນອາດີດທ່ານໄດ້ແກ້ໄຂເລື່ອງຕ່າງໆທີ່ສຳຄັນໃນຊີວິດນີ້, ທ່ານບໍ່ໄດ້ມອບເລື່ອງຄວາມຂັດແຍ້ງລະຫວ່າງຄຣິສະຕຽນໃຫ້ຜູ້ທີ່ບໍ່ເຊື່ອແກ້ໄຂ" ຫລື 3) ນີ້ແມ່ນຄຳສັ່ງ, "ເມື່ອທ່ານແກ້ໄຂເລື່ອງຕ່າງໆທີ່ສຳຄັນໃນຊີວິດນີ້, ກັບຄົນເຫລົ່ານັ້ນແມ່ນວ່າພວກເຂົາບໍ່ໄດ້ຢູ່ໃນຄຣິສະຈັກ ທີ່ທ່ານຄວນຈະວາງມືຈາກການແກ້ໄຂ" (ເບິ່ງ: rc://*/ta/man/translate/figs-rquestion)

ດັ່ງນັ້ນຖ້າທ່ານຕ້ອງຕັດສິນຄະດີຕ່າງໆທີ່ກ່ຽວກັບຊີວິດປະຈຳວັນ

"ຖ້າທ່ານຖືກເອີ້ນໃຫ້ຕັດສິນໃຈໃນເລື່ອງທີ່ກ່ຽວກັບຊີວິດປະຈຳວັນ" ຫລື "ຖ້າທ່ານຕ້ອງແກ້ໄຂເລື່ອງທີ່ສຳຄັນໃນຊີວິດນີ້“" (UDB)

ເປັນຫຍັງທ່ານວາງຄະດີຕ່າງໆ

"ທ່ານບໍ່ຄວນວາງຄະດີຕ່າງໆ" (ເບິ່ງ: rc://*/ta/man/translate/figs-rquestion)

ຄົນເຫລົ່ານັ້ນ ຜູ້ທີ່ບໍ່ໄດ້ຢູ່ໃນຄຣິສະຈັກ

ໂປໂລກຳລັງຕຳນິຊາວເມືອງໂກຣິນໂທເພາະວິທີການທີ່ພວກເຂົາແກ້ໄຂຄະດີຕ່າງໆ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ທ່ານຄວນຢຸດການມອບຄະດີຕ່າງໆ ແກ່ຜູ້ທີ່ຢູ່ນອກຄຣິສະຈັກ" ຫລື 2) "ທ່ານສາມາດມອບຄະດີຕ່າງໆ ໃຫ້ກັບສະມາຊິກຄຣິສະຈັກຜູ້ທີ່ບໍ່ໄດ້ຮັບການຍອມຮັບເປັນຢ່າງດີຈາກສະມາຊິກຜູ້ທີ່ເຊື່ອທັງຫລາຍ" (ເບິ່ງ: rc://*/ta/man/translate/figs-rquestion)

ໃຫ້ທ່ານອັບອາຍ

"ຕໍ່ການເສຍຊື່ສຽງຂອງທ່ານ" ຫລື "ເພື່ອສະແດງເຖິງຄວາມຫລົ້ມເຫລວຂອງທ່ານໃນເລື່ອງນີ້" (UDB)

ບໍ່ມີຜູ້ໃດໃນພວກທ່ານມີປັນຍາພໍທີ່ຈະແກ້ໄຂຂໍ້ຂັດແຍ້ງລະຫວ່າງພີ່ນ້ອງທັງຫລາຍບໍ?

ໂປໂລເຮັດໃຫ້ຊາວເມືອງໂກຣິນໂທອັບອາຍ. ແປອີກຢ່າງຫນຶ່ງວ່າ: "ທ່ານຄວນລະອາຍທີ່ທ່ານບໍ່ສາມາດຫາຜູ້ທີ່ເຊື່ອທີ່ສະຫລາດ ທີ່ຈະມາແກ້ໄຂຂໍ້ຂັດແຍ້ງລະຫວ່າງຜູ້ທີ່ເຊື່ອທັງຫລາຍ" (ເບິ່ງ: rc://*/ta/man/translate/figs-rquestion)

ພີ່ນ້ອງທັງຫລາຍ

ໃນທີ່ນີ້ຫມາຍເຖິງຄຣິສະຕຽນ, ທັງຊາຍແລະຍິງ.

ຄວາມຂັດແຍ້ງ

"ການໂຕ້ຖຽງ" ຫລື "ຄວາມບໍ່ເຫັນດີ"

ແຕ່ກາຍເປັນວ່າ

"ແຕ່ຫົນທາງມັນແມ່ນດຽວນີ້" ຫລື "ແຕ່ແທ່ນທີ່" (UDB)

ຜູ້ທີ່ເຊື່ອຄົນຫນຶ່ງໄປຟ້ອງຜູ້ທີ່ເຊື່ອອີກຄົນຕໍ່ສານ, ແລະຄະດີນັ້ນກໍ່ຖືກຍື່ນໃຫ້ຜູ້ພິພາກສາທີ່ບໍ່ໄດ້ເປັນຜູ້ເຊື່ອ

"ຜູ້ທີ່ເຊື່ອທີ່ມີຄວາມຂັດແຍ້ງກັບຜູ້ທີ່ເຊື່ອຄົນອື່ນ ຂໍໃຫ້ຜູ້ພິພາກສາທີ່ບໍ່ເຊື່ອໃຫ້ຕັດສິນຄວາມໃຫ້ພວກເຂົາ"

ຄະດີນັ້ນກໍ່ຖືກຍື່ນໃຫ້

"ຜູ້ທີ່ເຊື່ອຄົນຫນຶ່ງຍື່ນເລື່ອງນັ້ນ" (ເບິ່ງ: rc://*/ta/man/translate/figs-activepassive)