lo_tn/1co/06/01.md

3.8 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລອະທິບາຍວ່າຜູ້ທີ່ເຊື່ອຈະແກ້ໄຂຂໍ້ຂັດແຍ້ງກັບຜູ້ທີ່ເຊື່ອທັງຫລາຍແນວໃດ

ຂັດແຍ້ງ

"ການບໍ່ເຫັນດີນຳ" ຫລື "ການໂຕ້ຖຽງ"

ລາວກ້າທີ່ຈະໄປ... ຜູ້ທີ່ເຊື່ອບໍ?

ໂປໂລກຳລັງເນັ້ນວ່າຄຣິສະຕຽນຕ້ອງແກ້ໄຂຂໍ້ຂັດແຍ້ງທ່າມກາງພວກເຂົາເອງ. ແປອີກຢ່າງຫນຶ່ງວ່າ: "ລາວບໍ່ຄວນກ້າທີ່ຈະໄປ... ຜູ້ທີ່ເຊື່ອ"ລາວຄວນຢຳເກງພຣະເຈົ້າແລະບໍ່ໄປ... ຜູ້ທີ່ເຊື່ອ! (ເບິ່ງ: rc://*/ta/man/translate/figs-rquestion)

ສານ

ບ່ອນທີ່ຣັຖະບານທ້ອງຖິ່ນພິຈາຣະນາຄະດີແລະຕັດສິນວ່າໃຜຖືກ

ທ່ານບໍ່ຮູ້ບໍວ່າຜູ້ທີ່ເຊື່ອນັ້ນຈະພິພາກສາໂລກ?

ໂປໂລຮູ້ສຶກອັບອາຍຊາວເມືອງໂກຣິນໂທສຳລັບການກະທຳທີ່ເຫມືອນວ່າພວກເຂົາບໍ່ຮູ້. (ເບິ່ງ: rc://*/ta/man/translate/figs-rquestion)

ຖ້າທ່ານຈະພິພາກສາໂລກ, ທ່ານບໍ່ສາມາດແກ້ໄຂສິ່ງຕ່າງໆທີ່ເປັນເລື່ອງເລັກນ້ອຍເຫລົ່ານີ້ໄດ້ເລີຍບໍ?

ເພາະວ່າພວກເຂົາຈະໄດ້ຮັບມອບຫມາຍໃຫ້ມີຄວາມຮັບຜິດຊອບທີ່ຍິ່ງໃຫຍ່ກວ່າໃນພາຍຫລັງ, ພວກເຂົາຄວນຮັບຜິດຊອບສິ່ງຕ່າງໆທີ່ເລັກນ້ອຍດຽວນີ້. ແປອີກຢ່າງຫນຶ່ງວ່າ: "ທ່ານຈະຕັດສິນພິພາກສາໂລກໃນອານາຄົດ, ດັ່ງນັ້ນທ່ານຄວນສາມາດແກ້ໄຂເລື່ອງນີ້ດຽວນີ້" (ເບິ່ງ: rc://*/ta/man/translate/figs-rquestion).

ເລື່ອງ

"ການຂັດແຍ້ງ" ຫລື "ການໂຕ້ແຍ້ງ"

ທ່ານບໍ່ຮູ້ບໍວ່າພວກເຮົາຈະພິພາກສາພວກທູດສະຫວັນ?

ໂປໂລປະຫລາດໃຈວ່າພວກເຂົາເບິ່ງເຫມືອນບໍ່ຮູ້. "ທ່ານຮູ້ວ່າພວກເຮົາພິພາກສາພວກທູດສະຫວັນ" (ເບິ່ງ: rc://*/ta/man/translate/figs-rquestion

ເຮົາ

ໂປໂລຫມາຍຄວາມລວມຕົວທ່ານເອງແລະຊາວເມືອງໂກຣິນໂທ. (ເບິ່ງ: rc://*/ta/man/translate/figs-inclusive)

ຍິ່ງໄປກວ່ານັ້ນ, ເຮົາຈະສາມາດຕັດສິນເລື່ອງຂອງຊີວິດນີ້ບໍ?

"ເພາະເຮົາຮູ້ວ່າເຮົາຈະຕັດສິນພິພາກສາພວກທູດສະຫວັນ, ເຮົາມີຄວາມສາມາດແລະຫມັ້ນໃຈວ່າພຣະເຈົ້າຈະເຮັດໃຫ້ເຮົາສາມາດພິຈາຣະນາ ຕັດສິນເລື່ອງຕ່າງໆໃນຊີວິດນີ້" (ເບິ່ງ: rc://*/ta/man/translate/figs-rquestion)