lo_tn/1co/04/08.md

2.5 KiB

ຂໍ້ມູນທົ່ວໄປ:

ໂປໂລໃຊ້ຄຳເວົ້າຖາກຖາງນີ້ເພື່ອເຮັດໃຫ້ຊາວເມືອງໂກຣິນໂທລະອາຍແລະເຮັດໃຫ້ພວກເຂົາຮັບຮູ້ວ່າພວກເຂົາກຳລັງເຮັດບາບໃນຄວາມພາກພູມໃຈໃນຕົວພວກເຂົາເອງແລະຄຣູຂອງພວກເຂົາ. (ເບິ່ງ: rc://*/ta/man/translate/figs-irony)

ພຣະເຈົ້າຊົງແຕ່ງຕັ້ງພວກເຮົາເຊິ່ງເປັນພວກອັກຄະສາວົກໃຫ້ປາກົດ

ໂປໂລໄດ້ສະແດງໃຫ້ເຫັນລັກສະນະສອງຢ່າງທີ່ພຣະເຈົ້າຊົງແຕ່ງຕັ້ງອັກຄະສາວົກຂອງພຣະອົງໃຫ້ປາກົດແກ່ໂລກນີ້. (ເບິ່ງ: rc://*/ta/man/translate/figs-parallelism)

ຊົງແຕ່ງຕັ້ງພວກເຮົາເຊິ່ງເປັນອັກຄະສາວົກໃຫ້ປາກົດ

ພຣະເຈົ້າໄດ້ເຮັດໃຫ້ຖານະອັກຄະສາວົກປາກົດເຫມືອນນັກໂທດໃນຕອນທ້າຍຂະບວນແຫ່ຂອງທະຫານໂຣມ, ມັນເປັນຄວາມອັບອາຍກ່ອນທີ່ຈະຖືກປະຫານຊີວິດ. (ເບິ່ງ: rc://*/ta/man/translate/figs-metaphor)

ເຫມືອນກັບຜູ້ທີ່ຖືກຕັດສິນປະຫານຊີວິດ

ພຣະເຈົ້າຊົງແຕ່ງຕັ້ງໃຫ້ອັກຄະສາວົກປາກົດເຫມືອນຄົນທີ່ຈະຖືກປະຫານຊີວິດ. (ເບິ່ງ: rc://*/ta/man/translate/figs-metaphor)

ຕໍ່ໂລກ - ຕໍ່ພວກທູດສະຫວັນ, ແລະຕໍ່ມະນຸດທັງປວງ

ໃນທີ່ນີ້ອາດມີຄວາມຫມາຍ 1) "ໂລກ" ປະກອບດ້ວຍສ່ວນທີ່ເຫນືອທັມະຊາດ (ທູດສະຫວັນ) ແລະທັມະຊາດ ("ມະນຸດ") ຫລື 2) ບັນຊີລາຍຊື່ປະກອບມີສາມຢ່າງຄື "ຕໍ່ໂລກ, ຕໍ່ພວກທູດສະຫວັນ, ແລະມະນຸດທັງປວງ." (ເບິ່ງ: rc://*/ta/man/translate/figs-merism)