lo_tn/1co/04/06.md

2.8 KiB

ພີ່ນ້ອງທັງຫລາຍ

ໃນທີ່ນິ້ຫມາຍເຖິງຄຣິສະຕຽນທັງຫລາຍ, ທັງຊາຍແລະຍິງ.

ເພື່ອປະໂຫຍດຂອງພວກທ່ານ

"ເພື່ອສະຫວັດດີການຂອງພວກທ່ານ"

ລະຫວ່າງທ່ານ... ທ່ານມີສິ່ງທີ່ທ່ານບໍ່ໄດ້ເຮັດ... ທ່ານໄດ້ຮັບມາເປົ່າໆ... ທ່ານອວດ... ທ່ານບໍ່ມີ

ໂປໂລກຳລັງກ່າວກັບຊາວເມືອງໂກຣິນໂທເຫມືອນກັບພວກເຂົາເປັນບຸກຄົນຫນຶ່ງຄົນ, ດັ່ງນັ້ນຄຳວ່າ "ທ່ານ" ໃນທີ່ນີ້ຈຶ່ງພົບໃນຮູບແບບຂອງເອກະພົດ. (ເບິ່ງ: rc://*/ta/man/translate/figs-you)

ເພາະມີຜູ້ໃດທີ່ເຫັນວ່າທ່ານແຕກຕ່າງຈາກຄົນອື່ນໆ ?

ໂປໂລກຳລັງຕຳນິຊາວເມືອງໂກຣິນໂທຜູ້ທີ່ຄິດວ່າພວກເຂົາດີກວ່າຄົນທັງຫລາຍທີ່ໄດ້ຍິນຂ່າວປະເສີດຈາກຄົນອື່ນໆ. ແປອີກຢ່າງຫນຶ່ງວ່າ: "ທ່ານບໍ່ໄດ້ເຫນືອກວ່າຄົນອື່ນໆ" (ເບິ່ງ: rc://*/ta/man/translate/figs-rquestion)

ສິ່ງໃດທີ່ທ່ານມີແລະບໍ່ໄດ້ຮັບມາແບບເປົ່າໆແດ່?

ໂປໂລໄດ້ເນັ້ນວ່າພຣະເຈົ້າຈະຊົງປຣະທານໃຫ້ພວກເຂົາໃນສິ່ງຕ່າງໆທີ່ພວກເຂົາມີໂດຍບໍ່ໄດ້ຄິດມູນຄ່າ. ແປອີກຢ່າງຫນຶ່ງວ່າ: "ພຣະເຈົ້າຊົງປຣະທານໃຫ້ພວກທ່ານທຸກສິ່ງທີ່ທ່ານມີໂດຍບໍ່ໄດ້ຄິດມູນຄ່າ" (ເບິ່ງ: rc://*/ta/man/translate/figs-rquestion)

ເປັນຫຍັງທ່ານຈຶ່ງອວດເຫມືອນກັບວ່າທ່ານບໍ່ໄດ້ຮັບມາແບບເປົ່າໆ?

ໂປໂລກຳລັງຕຳນິພວກເຂົາໃນການກ່າວອວດໃນສິ່ງທີ່ພວກເຂົາໄດ້ຮັບ. ແປອີກຢ່າງຫນຶ່ງວ່າ: "ທ່ານບໍ່ມີສິດທີ່ຈະອວດ" ຫລື "ເວົ້າອວດບໍ່ໄດ້ເລີຍ" (ເບິ່ງ: rc://*/ta/man/translate/figs-rquestion)