lo_tn/1co/04/03.md

1.6 KiB

ຂ້າພະເຈົ້າຖືວ່າເປັນເລື່ອງເລັກນ້ອຍຖ້າວ່າຂ້າພະເຈົ້າຕ້ອງຖືກພິພາກສາໂດຍພວກທ່ານ

ໂປໂລກຳລັງປຽບທຽບໃຫ້ເຫັນຄວາມແຕກຕ່າງລະຫວ່າງການພິພາກສາຂອງມະນຸດແລະການພິພາກສາຂອງພຣະເຈົ້າ. ການພິພາກສາຂອງມະນຸດບໍ່ສຳຄັນເທົ່າກັບການພິພາກສາຂອງພຣະເຈົ້າທີ່ມີເຫນືອມະນຸດ.

ຂ້າພະເຈົ້າບໍ່ຮູ້ເຖິງຄວາມຜິດໃດໆທີ່ຂ້າພະເຈົ້າຖືກກ່າວຫາ

"ຂ້າພະເຈົ້າບໍ່ໄດ້ຍິນວ່າ ຜູ້ໃດກ່າວຫາວ່າຂ້າພະເຈົ້າເຮັດຫຍັງຜິດ"

ແຕ່ນັ້ນບໍ່ໄດ້ຫມາຍຄວາມວ່າຂ້າພະເຈົ້າບໍ່ມີຄວາມຜິດ. ມີແຕ່ອົງພຣະຜູ້ເປັນເຈົ້າເທົ່ານັ້ນທີ່ພິພາກສາຂ້າພະເຈົ້າ

"ການທີ່ບໍ່ມີຂໍ້ກ່າວຫາ ບໍ່ໄດ້ຫມາຍຄວາມວ່າຂ້າພະເຈົ້າບໍຣິສຸດ. ອົງພຣະຜູ້ເປັນເຈົ້າເທົ່ານັ້ນທີ່ຮູ້ວ່າຂ້າພະເຈົ້າບໍຣິສຸດ ຫລືມີຄວາມຜິດ"