lo_tn/1co/03/12.md

3.5 KiB

ຂໍ້ມູນທົ່ວໄປ:

ໂປໂລເວົ້າເຖິງສິ່ງທີ່ຜູ້ກໍ່ສ້າງມັກຈະເຮັດໃນການກໍ່ສ້າງເພື່ອຈະອະທິບາຍເຖິງສິ່ງທີ່ຄົນທັງຫລາຍໃນເມືອງໂກຣິນໂທກຳລັງເຮັດ. ຜູ້ກໍ່ສ້າງມັກຈະໃຊ້ຄຳ, ເງິນ, ຫລືເພັດພອຍເປັນເຄື່ອງປະດັບຕຶກ.

ບັດນີ້ຖ້າຜູ້ໃດຮາກຖານນັ້ນຂຶ້ນດ້ວຍຄຳ, ເງິນ, ເພັດພອຍ, ໄມ້, ຫຍ້າແຫ້ງ, ຫລືເຟືອງ

ວັສະດຸກໍ່ສ້າງທີ່ໃຊ້ໃນການກໍ່ສ້າງຕຶກໃຫມ່ປຽບທຽບກັບຄຸນຄ່າທາງຈິດວິນຍານທີ່ໃຊ້ໃນການເສີມສ້າງພຶດຕິກຳຂອງບຸກຄົນແລະກິຈະກຳໃນຊ່ວງຊີວິດຂອງເຂົາ. ແປອີກຢ່າງຫນຶ່ງວ່າ: "ບໍ່ວ່າບຸກຄົນຈະຖືກສ້າງດ້ວຍວັສະດຸທີ່ມີຄຸນຄ່າທີ່ຈະເຮັດໃຫ້ຖາວອນ ຫລື ດ້ວຍວັສະດຸລາຄາຖືກທີ່ຈະເສຍຫາຍໄດ້ງ່າຍ" (ເບິ່ງ: rc://*/ta/man/translate/figs-metaphor)

ເພັດ ພອຍ

"ຫີນທີ່ມີລາຄາແພງ"

ການງານຂອງພວກເຂົາຈະຖືກເປີດເຜີຍ

ປະໂຫຍກນີ້ສາມາດກ່າວໃນລັກສະນະປະໂຫຍກປົກກະຕິທົ່ວໄປ. ແປອີກຢ່າງຫນຶ່ງວ່າ: "ພຣະເຈົ້າຈະຊົງສຳແດງແກ່ທຸກຄົນເຖິງສິ່ງທີ່ຜູ້ທີ່ກໍ່ສ້າງໄດ້ເຮັດ" (ເບິ່ງ: rc://*/ta/man/translate/figs-activepassive)

ເພາະແສງສະຫວ່າງຈະເປີດເຜີຍໃຫ້ເຫັນ

"ສ້າງ" ໃນທີ່ນີ້ແມ່ນ... ສຳລັບເວລາທີ່ພຣະເຈົ້າຈະພິພາກສາທຸກຄົນ. ເມື່ອພຣະເຈົ້າສຳແດງແກ່ທຸກຄົນໃນສິ່ງທີ່ຄົນທັງຫລາຍໄດ້ເຮັດ, ມັນເຫມືອນດວງຕາເວັນທີ່ຂຶ້ນສ່ອງສະຫວ່າງເປີດເຜີຍໃຫ້ເຫັນສິ່ງທີ່ເກີດຂຶ້ນໃນເວລາກາງຄືນ. (ເບິ່ງ: rc://*/ta/man/translate/figs-metaphor)

ແມ່ນຈະຖືກເປີດເຜີຍດ້ວຍໄຟ. ໄຟນັ້ນຈະພິສູດການງານຂອງແຕ່ລະຄົນໄດ້ເຮັດ

ໄຟຈະເປີດເຜີຍຄວາມເຂັ້ມແຂງຫລືທຳລາຍຄວາມອ່ອນແອຂອງຕຶກ, ໄຟຂອງພຣະເຈົ້າຈະພິພາກສາຜົນງານການກະທຳຂອງຄົນ. ແປອີກຢ່າງຫນຶ່ງວ່າ: "ໄຟຈະສະແດງເຖິງຄຸນະພາບຂອງຜົນງານຂອງລາວ" (ເບິ່ງ: rc://*/ta/man/translate/figs-metaphor)