lo_tn/1co/03/10.md

2.3 KiB

ໂດຍພຣະຄຸນຂອງພຣະເຈົ້າທີ່ໄດ້ປຣະທານແກ່ຂ້າພະເຈົ້າ

"ໂດຍພາຣະກິດທີ່ພຣະເຈົ້າຊົງປຣະທານໃຫ້ຂ້າພະເຈົ້າເຮັດ" (ເບິ່ງ: rc://*/ta/man/translate/figs-activepassive)

ຂ້າພະເຈົ້າໄດ້ວາງຮາກຖານ

ໂປໂລປຽບທຽບການສອນເລື່ອງຄວາມເຊື່ອແລະການຊ່ວຍໃຫ້ພົ້ນໃນພຣະເຢຊູຄຣິດເປັນເຫມືອນການວາງຮາກຖານຕຶກ (ເບິ່ງ: rc://*/ta/man/translate/figs-metaphor)

ອີກຄົນມາກໍຂຶ້ນຈາກຮາກຖານນັ້ນ

ໂປໂລກຳລັງກ່າວເຖິງບຸກຄົນຫລືຄົນທີ່ກຳລັງສອນຊາວໂກຣິນໂທໃນເວລານັ້ນເຫມືອນກັບວ່າພວກເຂົາເປັນຊ່າງໄມ້ທີ່ກຳລັງກໍ່ສ້າງຕຶກຢູ່ເທິງຮາກຖານ. (ເບິ່ງ: rc://*/ta/man/translate/figs-metaphor)

ໃຫ້ແຕ່ລະຄົນ

ໃນທີ່ນີ້ຫມາຍເຖິງຄົນເຮັດວຽກງານຂອງພຣະເຈົ້າທົ່ວໄປ. ແປອີກຢ່າງຫນຶ່ງວ່າ: "ໃຫ້ແຕ່ລະຄົນທີ່ຮັບໃຊ້ພຣະເຈົ້າ"

ບໍ່ມີຜູ້ໃດວາງຮາກຖານອື່ນໄດ້ອີກ ນອກຈາກພື້ນຖານທີ່ໄດ້ວາງລົງແລ້ວ

ປະໂຫຍກນີ້ອາດກ່າວໃນລັກສະນະປະໂຫຍກປົກກະຕິທົ່ວໄປໄດ້. ແປອີກຢ່າງຫນຶ່ງວ່າ: "ຂ້າພະເຈົ້າໄດ້ວາງຮາກຖານລົງແລ້ວ ທີ່ບໍ່ມີໃຜວາງຮາກຖານອື່ນໄດ້ ", ຫລື "ບໍ່ມີຜູ້ໃດສາມາດວາງຮາກຖານອື່ນໄດ້ນອກຈາກພື້ນຖານທີ່ຂ້າພະເຈົ້າ, ໂປໂລ, ໄດ້ວາງ" (ເບິ່ງ: rc://*/ta/man/translate/figs-activepassive)