lo_tn/1co/03/08.md

2.0 KiB

ຄົນທີ່ປູກແລະຄົນທີ່ຫົດນ້ຳກໍ່ເປັນຫນຶ່ງດຽວກັນ

ໂປໂລກ່າວເຖິງການປະກາດຂ່າວປະເສີດແລະການສອນຜູ້ທີ່ຮັບເຊື່ອວ່າເປັນເຫມືອນການປູກແລະຫົດນ້ຳຕົ້ນໄມ້. ເພິ່ນກ່າວເຖິງການເຮັດວຽກຂອງພວກເຂົາວ່າເຮັດວຽກດຽວກັນເພາະວ່າພວກເຂົາສຳຄັນເທົ່າກັນ, (ເບິ່ງ: rc://*/ta/man/translate/figs-metonymy)

ຄ່າຈ້າງ

ຈຳນວນເງິນທີ່ກຳມະກອນໄດ້ຮັບຈາກການງານທີ່ພວກເຂົາໄດ້ເຮັດ

ເຮົາ

ໃນທີ່ນີ້ຫມາຍເຖິງໂປໂລແລະອາໂປໂລ ແຕ່ບໍ່ໄດ້ລວມຄຣິສະຈັກຊາວເມືອງໂກຣິນໂທ. (ເບິ່ງ: rc://*/ta/man/translate/figs-exclusive)

ເພື່ອນຮ່ວມງານຂອງພຣະເຈົ້າ

ໂປໂລຕັດສິນວ່າຕົວເພິ່ນເອງ ແລະອາໂປໂລເປັນຜູ້ຮ່ວມກັນທຳງານ.

ສວນຂອງພຣະເຈົ້າ

ພຣະເຈົ້າເບິ່ງແຍງຜູ້ທີ່ເຊື່ອຊາວໂກຣິນໂທ, ເຫມືອນບາງຄົນທີ່ດູແລສວນແລະເຮັດໃຫ້ເກີດຜົນ. (ເບິ່ງ: rc://*/ta/man/translate/figs-metaphor)

ສິ່ງປູກສ້າງຂອງພຣະເຈົ້າ

ພຣະເຈົ້າຊົງອອກແບບ ແລະສ້າງຜູ້ທີ່ເຊື່ອຊາວໂກຣິນໂທ, ເຫມືອນຜູ້ທີ່ກໍ່ສ້າງຕຶກ. (ເບິ່ງ: rc://*/ta/man/translate/figs-metaphor)