lo_tn/1co/03/03.md

3.9 KiB

ຍັງຢູ່ຝ່າຍເນື້ອຫນັງ

ປະພຶດຕາມຄວາມບາບ ຫລືຄວາມປຣາຖນາຢ່າງໂລກນີ້

ພວກທ່ານບໍ່ໄດ້ດຳເນີນຊີວິດຕາມເນື້ອຫນັງ, ແລະປະພຶດຕາມມາດຕະຖານຄົນທົ່ວໄປບໍ?

ໂປໂລຕຳນິຊາວເມືອງໂກຣິນໂທຍ້ອນການກະທຳທີ່ເຕັມໄປດ້ວຍບາບ. ແປອີກຢ່າງຫນຶ່ງວ່າ: "ທ່ານທັງຫລາຍຄວນມີຄວາມລະອາຍເພາະວ່າທ່ານກຳລັງປະພຶດຕາມຄວາມ ປຣາຖນາແຫ່ງຄວາມບາບຂອງທ່ານ ແລະດຳເນີນຊີວິດຕາມມາດຕະຖານຄົນທົ່ວໄປ!" (ເບິ່ງ: rc://*/ta/man/translate/figs-rquestion)

ທ່ານບໍ່ໄດ້ດຳເນີນຊີວິດຕາມມາຕະຖານຄົນທົ່ວໄປບໍ?

ໂປໂລກຳລັງຕຳນິຊາວເມືອງໂກຣິນໂທ. ແປອີກຢ່າງຫນຶ່ງວ່າ: "ທ່ານທັງຫລາຍຄວນມີຄວາມລະອາຍ ເພາະວ່າທ່ານກຳລັງດຳເນີນຊີວິດເຫມືອນຢ່າງຄົນທັງຫລາຍທີ່ບໍ່ມີພຣະວິນຍານດຳຣົງຢູ່ດ້ວຍ" (ເບິ່ງ: rc://*/ta/man/translate/figs-rquestion)

ແມ່ນໃຜຄືອາໂປໂລ? ແລະໂປໂລແມ່ນໃຜ?

ໂປໂລກຳລັງເນັ້ນວ່າເພິ່ນແລະອາໂປໂລບໍ່ແມ່ນຕົ້ນກຳເນີດຂອງຂ່າວປະເສີດ, ດັ່ງນັ້ນຊາວເມືອງໂກຣິນໂທບໍ່ຄວນຕິດຕາມພວກເພິ່ນ. ແປອີກຢ່າງຫນຶ່ງວ່າ: "ເປັນສິ່ງທີ່ບໍ່ຖືກຕ້ອງທີ່ຈະຕັ້ງກຸ່ມຕິດຕາມອາໂປໂລຫລືໂປໂລ!" ຫລື (ເບິ່ງ: rc://*/ta/man/translate/figs-rquestion)

ໂປໂລແມ່ນໃຜ?

ໂປໂລກຳລັງເວົ້າເຖິງເພິ່ນເອງເຫມືອນເພິ່ນກຳລັງເວົ້າເຖິງຄົນບາງຄົນ. "ຂ້າພະເຈົ້າແມ່ນໃຜ?" ຫລື ແປອີກຢ່າງຫນຶ່ງວ່າ: "ຂ້າພະເຈົ້າບໍ່ສຳຄັນ!" (ເບິ່ງ: rc://*/ta/man/translate/figs-rquestion)

ຜູ້ຮັບໃຊ້ທີ່ໄດ້ສອນພວກທ່ານໃຫ້ເຊື່ອ

ໂປໂລຕອບຄຳຖາມຂອງເພິ່ນເອງໂດຍກ່າວວ່າ ເພິ່ນແລະອາໂປໂລເປັນຜູ້ຮັບໃຊ້ພຣະເຈົ້າ. ແປອີກຢ່າງຫນຶ່ງວ່າ: "ໂປໂລແລະອາໂປໂລເປັນຜູ້ຮັບໃຊ້ຂອງພຣະຄຣິດ, ແລະທ່ານທັງຫລາຍເຊື່ອໃນພຣະຄຣິດເພາະວ່າພວກເຮົາຮັບໃຊ້ພຣະອົງ" (ເບິ່ງ: [[rc:///ta/man/translate/figs-ellipsis]] and [[rc:///ta/man/translate/figs-metonymy]])

ເຊື່ອ, ຕາມວຽກທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງມອບຫມາຍໄວ້ໃຫ້ແຕ່ລະຄົນ

"ເຊື່ອວ່າ. ພວກເຮົາຄືປະຊາກອນຜູ້ທີ່ອົງພຣະຜູ້ເປັນເຈົ້າມອບຫມາຍງານໃຫ້ກະທຳ" (ເບິ່ງ: rc://*/ta/man/translate/figs-ellipsis)