lo_tn/1co/03/01.md

2.6 KiB

ຂໍ້ມູນເຊື່ອມຕໍ່

ດຽວນີ້ໂປໂລເຕືອນຜູ້ທີ່ເຊື່ອຊາວເມືອງໂກຣິນໂທວ່າ ເຂົາຈະດຳຣົງຊີວິດຈິງແນວໃດ ແທນການປະພຶດໃນຕຳແຫນ່ງຕໍ່ ຫນ້າພຣະເຈົ້າ. ເພິ່ນເຕືອນເຂົາທັງຫລາຍວ່າບຸກຄົນທີ່ສອນນັ້ນບໍ່ສຳຄັນເທົ່າກັບພຣະເຈົ້າຜູ້ຊົງກະທຳໃຫ້ພວກເຂົາເຕີບໃຫຍ່.

ພີ່ນ້ອງທັງຫລາຍ

ໃນທີ່ນີ້ຫມາຍເຖິງຄຣິສະຕຽນ, ທັງຊາຍແລະຍິງ.

ພວກທີ່ຢູ່ຝ່າຍວິນຍານ

ຜູ້ທີ່ເຊື່ອໃນພຣະວິນຍານ

ພວກທີ່ຢູ່ຝ່າຍເນື້ອຫນັງ

ຜູ້ທີ່ດຳເນີນຊີວິດຕາມຄວາມຕ້ອງການຂອງຕົນເອງ

ເຫມືອນກັບເດັກນ້ອຍໃນພຣະຄຣິດ

ຊາວເມືອງໂກຣິນໂທຖືກປຽບທຽບເປັນເຫມືອນເດັກນ້ອຍໃນດ້ານອາຍຸແລະຄວາມເຂົ້າໃຈ. ແປອີກຢ່າງຫນຶ່ງວ່າ: "ເປັນຜູ້ທີ່ຫາກໍ່ເຊື່ອໃນພຣະຄຣິດ" (ເບິ່ງ: rc://*/ta/man/translate/figs-metaphor)

ຂ້າພະເຈົ້າລ້ຽງພວກທ່ານດ້ວຍນ້ຳນົມບໍ່ແມ່ນດ້ວຍອາຫານແຂງ

ຊາວເມືອງໂກຣິນໂທສາມາດເຂົ້າໃຈຄວາມຈິງງ່າຍໆ ເຫມືອນເດັກນ້ອຍທີ່ສາມາດກິນໄດ້ພຽງແຕ່ນົມເທົ່ານັ້ນ. ພວກເຂົາບໍ່ແມ່ນຜູ້ໃຫຍ່ພໍທີ່ຈະເຂົ້າໃຈຄວາມຈິງທີ່ຍິ່ງໃຫຍ່ກວ່າ ຄືກັບຜູ້ໃຫຍ່ທີ່ສາມາດກິນອາຫານແຂງໄດ້. (ເບິ່ງ: rc://*/ta/man/translate/figs-metaphor)

ທ່ານທັງຫລາຍບໍ່ພ້ອມ

"ທ່ານທັງຫລາຍບໍ່ພ້ອມທີ່ຈະເຂົ້າໃຈໃນຄຳສອນທີ່ຍາກກ່ຽວກັບການຕິດຕາມພຣະຄຣິດ" (ເບິ່ງ: rc://*/ta/man/translate/figs-explicit)