lo_tn/1co/01/24.md

2.6 KiB

ຄົນເຫລົ່ານັ້ນທີ່ພຣະເຈົ້າຊົງເອີ້ນ

"ເຖິງຄົນທັງຫລາຍທີ່ພຣະເຈົ້າຊົງເອີ້ນ"

ພວກເຮົາເທສນາເລື່ອງພຣະຄຣິດ

"ພວກເຮົາສອນກ່ຽວກັບພຣະຄຣິດ" ຫລື "ພວກເຮົາບອກຄົນທັງຫລາຍກ່ຽວກັບພຣະຄຣິດ"

ພຣະຄຣິດຊົງເປັນຣິດອຳນາດແລະພຣະປັນຍາຂອງພຣະເຈົ້າ

ໃນທີ່ນີ້ອາດມີຄວາມຫມາຍ 1) "ພຣະເຈົ້າໄດ້ກະທຳດ້ວຍຣິດອຳນາດແລະມີປັນຍາໂດຍການສົ່ງພຣະຄຣິດມາສິ້ນພຣະຊົນເພື່ອພວກເຮົາ" (UDB) ຫລື "ຜ່ານທາງພຣະຄຣິດ ພຣະເຈົ້າໄດ້ສຳແດງຄວາມເຂັ້ມແຂງແລະປັນຍາຂອງພຣະອົງ."

ຣິດອຳນາດ...ຂອງພຣະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ອີກຢ່າງຫນຶ່ງແມ່ນ ພຣະຄຣິດຊົງຣິດອຳນາດແລະຜ່ານທາງພຣະຄຣິດນັ້ນ ພຣະເຈົ້າຊົງຊ່ວຍພວກເຮົາໃຫ້ພົ້ນ.

ພຣະປັນຍາຂອງພຣະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ອີກຢ່າງຫນຶ່ງແມ່ນ ພຣະເຈົ້າຊົງສຳແດງພຣະປັນຍາຂອງພຣະອົງຜ່ານທາງພຣະຄຣິດ.

ຄວາມໂງ່ຂອງພຣະເຈົ້າກໍ່ຍັງສະຫລາດກວ່າປັນຍາຂອງມະນຸດ, ແລະຄວາມອ່ອນແອຂອງພຣະເຈົ້າກໍ່ຍັງເຂັ້ມແຂງກວ່າກຳລັງຂອງມະນຸດ

"ຈະເອີ້ນວ່າຫຍັງໃນເມື່ອຄວາມໂງ່ຂອງພຣະເຈົ້ານັ້ນກໍ່ຍັງສະຫລາດກວ່າສິ່ງທີ່ມະນຸດເອີ້ນວ່າປັນຍາ, ແລະຄວາມອ່ອນແອຂອງພຣະເຈົ້າກໍ່ຍັງເຂັ້ມແຂງກວ່າຄວາມເຂັ້ມແຂງຂອງມະນຸດ" (ເບິ່ງ: rc://*/ta/man/translate/figs-ellipsis)