lo_tn/1co/01/20.md

2.1 KiB

ຄົນມີປັນຍາຢູ່ໃສ? ຄົນສະຫລາດຢູ່ໃສ? ນັກໂຕ້ຕອບບັນຫາຂອງໂລກນີ້ຢູ່ໃສ?

ໂປໂລເນັ້ນຫນັກວ່າຄວາມຈິງແລ້ວຄົນມີປັນຍານັ້ນບໍ່ມີ ແປອີກຢ່າງຫນຶ່ງວ່າ: "ປຽບທຽບກັບປັນຫາຂອງຂ່າວປະເສີດບໍ່ມີຄົນມີປັນຍາ, ບໍ່ມີຄົນສະຫລາດ, ບໍ່ມີຜູ້ໂຕ້ຕອບບັນຫາ" ( ເບິ່ງ: rc://*/ta/man/translate/figs-rquestion)

ຄົນສະຫລາດ

ບຸກຄົນຜູ້ທີ່ໄດ້ຮັບການຍອມຮັບວ່າເປັນຜູ້ທີ່ມີການສຶກສາຫລາຍ

ນັກໂຕ້ຕອບ

ບຸກຄົນຜູ້ໂຕ້ຕອບໃນສິ່ງທີ່ລາວຮູ້ຫລືບຸກຄົນທິ່ມີຄວາມຊຳນານໃນການໂຕ້ຕອບເລື່ອງດັ່ງກ່າວ

ພຣະເຈົ້າເຮັດໃຫ້ປັນຍາຝ່າຍໂລກກາຍເປັນຄວາມໂງ່ບໍ່ແມ່ນບໍ?

ໂປໂລໃຊ້ຄຳຖາມນີ້ເພື່ອເນັ້ນຫນັກເຖິງສິ່ງທີ່ພຣະເຈົ້າເຮັດຕໍ່ປັນຍາຝ່າຍໂລກນີ້. ແປອີກຢ່າງຫນຶ່ງວ່າ: "ພຣະເຈົ້າສຳແດງໃຫ້ເຫັນວ່າທຸກສິ່ງທີ່ພວກເຂົາເອີ້ນວ່າປັນຍາ ແທ້ຈິງແລ້ວແມ່ນຄວາມໂງ່" (UDB) ( ເບິ່ງ: rc://*/ta/man/translate/figs-rquestion)

ຄົນເຫລົ່ານັ້ນທີ່ເຊື່ອ

ໃນທີ່ນີ້ອາດມີຄວາມຫມາຍ 1) "ທຸກຄົນທີ່ເຊື່ອໃນຖ້ອຍຄຳ" ຫລື 2) "ທຸກຄົນທີ່ເຊື່ອໃນພຣະຄຣິດ."