lo_tn/1co/01/04.md

3.0 KiB

ຂໍ້ມູນການເຊື່ອມຕໍ່:

ໂປໂລອະທິບາຍເຖິງຕຳແຫນ່ງຂອງຜູ້ທີ່ເຊື່ອແລະການຕິດຕາມພຣະຄຣິດວ່າພວກເຂົາກຳລັງລໍຖ້າການສະເດັດມາຂອງພຣະອົງ.

ເພາະພຣະຄຸນຂອງພຣະເຈົ້າທີ່ພຣະເຢຊູຄຣິດໄດ້ປຣະທານໃຫ້ແກ່ທ່ານ

ໂປໂລກ່າວເຖິງພຣະຄຸນວ່າເປັນຂອງຂວັນທີ່ພຣະເຢຊູຊົງປຣະທານໃຫ້ແກ່ຄຣິສະຕຽນທັງຫລາຍ. ແປອີກຢ່າງຫນຶ່ງວ່າ: "ເພາະວ່າພຣະເຢຊູຄຣິດຊົງກະທຳໃຫ້ເປັນໄປໄດ້ສຳລັບພຣະເຈົ້າທີ່ຈະມີພຣະເມດຕາຕໍ່ທ່ານທັງຫລາຍ" ( ເບິ່ງ: rc://*/ta/man/translate/figs-metaphor)

ພຣະອົງເຮັດໃຫ້ທ່ານຮັ່ງມີ

ໃນທີ່ນີ້ອາດມີຄວາມຫມາຍ 1) "ພຣະຄຣິດເຮັດໃຫ້ທ່ານຮັ່ງມີ" ຫລື 2) "ພຣະເຈົ້າເຮັດໃຫ້ທ່ານຮັ່ງມີ."

ເຮັດໃຫ້ທ່ານຮັ່ງມີໃນທຸກທາງ

ໂປໂລກຳລັງກ່າວໂດຍທົ່ວໄປ. ແປອີກຢ່າງຫນຶ່ງວ່າ: "ເຮັດໃຫ້ທ່ານຮັ່ງມີດ້ວຍການອວຍພອນທາງດ້ານຈິດວິນຍານຢ່າງຫລວງຫລາຍ" ( ເບິ່ງ: rc://*/ta/man/translate/figs-hyperbole)

ໃນທຸກຖອ້ຍຄຳ

ພຣະເຈົ້າສາມາດຊ່ວຍທ່ານໃຫ້ບອກຄົນອື່ນໆກ່ຽວກັບພຣະຄັມຂອງພຣະເຈົ້າໃນຫລາຍວິທີທາງ.

ຄວາມຮູ້ທັງຫມົດ

ພຣະເຈົ້າສາມາດເຮັດໃຫ້ທ່ານເຂົ້າໃຈພຣະຄັມຂອງພຣະເຈົ້າໃນຫລາຍວິທີທາງ.

ຄຳພະຍານກ່ຽວກັບພຣະຄຣິດໄດ້ຮັບການຢືນຢັນວ່າເປັນຈິງທ່າມກາງພວກທ່ານ

ໃນທີ່ນີ້ອາດມີຄວາມຫມາຍ 1) "ທ່ານໄດ້ເຫັນດ້ວຍຕົວທ່ານເອງວ່າສິ່ງທີ່ເຮົາໄດ້ກ່າວກ່ຽວກັບພຣະຄຣິດເປັນຄວາມຈິງ" ຫລື 2) "ຄົນອື່ນໄດ້ຮຽນຮູ້ຈາກການເບິ່ງຊີວິດຂອງທ່ານທີ່ເຮົາແລະທ່ານເວົ້າເຖິງພຣະຄຣິດວ່າເປັນຄວາມຈິງ."