lo_tn/1co/01/01.md

4.0 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລແລະໂຊສະເຖນທັກທາຍຜູ້ທີ່ເຊື່ອທັງຫລາຍຂອງຄຣິສະຈັກຊາວເມືອງໂກຣິນໂທ.

ຂໍ້ມູນທົ່ວໄປ:

ດັ່ງນັ້ນໃນຂໍ້ສັງເກດອື່ນອີກ, ຄຳເວົ້າດັງກ່າວນີ້ “ທ່ານ“ ແລະ “ຂອງທ່ານ“ ຫມາຍເຖິງຜູ້ຮັບຈົດຫມາຍຂອງໂປໂລແລະຄຳເວົ້ານີ້ກໍ່ມີຫລາຍຄຳ ( ເບິ່ງ: rc://*/ta/man/translate/figs-you)

ໂປໂລ ... ເຖິງຄຣິສະຈັກຂອງພຣະເຈົ້າທີ່ເມືອງໂກຣິນໂທ

ໃນວັທະນະທັມຂອງເພິ່ນອາດຈະມີວິທີການແນະນຳຜູ້ຂຽນຈົດຫມາຍແລະຜູ້ຮັບຈົດຫມາຍທີ່ແຕກຕ່າງກັນ. ແປອີກຢ່າງຫນຶ່ງວ່າ: “ຂ້າພະເຈົ້າ, ໂປໂລ, ຂຽນຈົດຫມາຍສະບັບນີ້ເຖິງທ່ານທັງຫລາຍທີ່ເຊື່ອພຣະເຈົ້າໃນເມືອງໂກຣິນໂທ“

ໂຊສະເຖນນ້ອງຊາຍຂອງເຮົາ

ນີ້ສະແດງວ່າໂປໂລແລະຄຣິສະຕຽນຊາວເມືອງໂກຣິນໂທຮູ້ຈັກໂຊຊະເຖນ. ແປອີກຢ່າງຫນຶ່ງວ່າ: “ນ້ອງຊາຍໂຊສະເຖນແລະຂ້າພຣະເຈົ້າຮູ້ຈັກກັນ“ ( ເບິ່ງ: [[rc:///ta/man/translate/translate-names]] and [[rc:///ta/man/translate/figs-explicit]])

ຜູ້ທີ່ໄດ້ອຸທິດຕົນໃນພຣະເຢຊູຄຣິດເຈົ້າ

ໃນທີ່ນີ້ "ອຸທິດຕົນ" ຫມາຍເຖິງຄົນທີ່ພຣະເຈົ້າຊົງສະຫງວນໄວ້ເພື່ອຖວາຍກຽຕແດ່ພຣະອົງ, ແປອີກຢ່າງຫນຶ່ງວ່າ: "ຜູ້ທີ່ພຣະເຢຊູຄຣິດໄດ້ແຕ່ງຕັ້ງເພື່ອພຣະເຈົ້າ" ຫລື "ຜູ້ທີ່ພຣະເຈົ້າໄດ້ຕັ້ງໄວ້ເພື່ອພຣະອົງເອງ ເພາະວ່າພວກເຂົາເປັນຂອງພຣະເຢຊູຄຣິດ" (UDB)

ຜູ້ທີ່ຖືກເອີ້ນໃຫ້ເປັນປະຊາກອນທີ່ບໍຣິສຸດ

ນີ້ສາມາດກ່າວໃນຮູບແບບປົກກະຕິທົ່ວໄປໄດ້. ແປອີກຢ່າງຫນຶ່ງວ່າ: "ຜູ້ທີ່ພຣະເຈົ້າໄດ້ເອີ້ນໃຫ້ເປັນຄົນບໍຣິສຸດ" ໃນທີ່ນີ້ອາດມີຄວາມຫມາຍ 1 ) "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໄວ້ເພື່ອພຣະອົງເອງ" ຫລື 2 ) "ຜູ້ທີ່ພຣະເຈົ້າໄດ້ເອີ້ນໃຫ້ແຍກຕົວອອກຈາກບາບ" ຫລື "ຜູ້ທີ່ພຣະເຈົ້າໄດ້ເອີ້ນວ່າບໍ່ເຮັດບາບ" ( ເບິ່ງ: rc://*/ta/man/translate/figs-activepassive)

ອົງພຣະຜູ້ເປັນເຈົ້າຂອງພວກເຂົາແລະຂອງພວກເຮົາ

ພຣະເຢຊູເປັນອົງພຣະຜູ້ເປັນເຈົ້າຂອງໂປໂລແລະຄຣິສະຕຽນຊາວເມືອງໂກຣິນໂທແລະເປັນອົງພຣະຜູ້ເປັນເຈົ້າຂອງຄຣິສະຈັກທັງຫມົດ ( ເບິ່ງ: rc://*/ta/man/translate/figs-inclusive)