lo_tn/1ch/22/17.md

2.7 KiB

ພວກທ່ານ ... ເຈົ້າ

ຄຳແທນນາມເຫລົ່ານີ້ສະແດງເຖີງຈຳນວນຫລາຍໃນຂໍ້ 22: 18-19. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ໄດ້ປຣະທານໃຫ້ພວກເຈົ້າມີຄວາມສະຫງົບສຸກໃນທຸກດ້ານ

"ໄດ້ໃຫ້ຄວາມສະຫງົບສຸກແກ່ພວກເຈົ້າຈາກສົງຄາມໃນທຸກໆບ່ອນອ້ອມຮອບອິສະຣາເອນ"

ພຣະອົງໄດ້ມອບຊາວແຜ່ນດິນນີ້ໄວ້ໃນມືຂອງເຮົາ

"ລາວໄດ້ໃຫ້ຂ້ານ້ອຍມີອໍານາດເຫນືອທຸກຄົນທີ່ອາສັຍຢູ່ອ້ອມພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແຜ່ນດິນນັ້ນກໍສະຫງົບຕໍ່ພຣະພັກພຣະຢາເວ ແລະ ຕໍ່ຫນ້າປະຊາຊົນຂອງພຣະອົງ

"ພຣະຢາເວ ແລະ ປະຊາຊົນຂອງພຣະອົງໄດ້ປົກຄອງເຫນືອແຜ່ນດິນ"

ບັດນີ້

ດາວິດໃຊ້ຄຳນີ້ເພື່ອແນະນຳບາງສິ່ງທີ່ສຳຄັນທີ່ລາວກຳລັງຈະເວົ້າ.

ຊອກຫາພຣະຢາເວພຣະເຈົ້າຂອງເຈົ້າ

ອາດແປໄດ້ອີກວ່າ: "ພະຍາຍາມເຮັດໃຫ້ພຣະຢາເວພຣະເຈົ້າຂອງເຈົ້າເອົາໃຈໃສ່ໃນເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວຍຈິດໃຈ ແລະ ຈິດວິນຍານຂອງເຈົ້າ

"ດ້ວຍຈິງໃຈ" ຫລື "ສຸດໃຈ"

ຈົ່ງລຸກຂຶ້ນສ້າງສະຖານທີ່ບໍຣິສຸດ

ອາດແປໄດ້ອີກວ່າ: "ລຸກຂຶ້ນ ແລະ ຊີ້ນຳກຳມະກອນໃນຂະນະທີ່ພວກເຂົາສ້າງສະຖານທີ່ບໍຣິສຸດ" (ເບິ່ງເພີ່ມເຕີົມ: rc://*/ta/man/translate/figs-ellipsis)

ພຣະວິຫານທີ່ຈະສ້າງຂຶ້ນສຳລັບພຣະນາມຊື່ຂອງພຣະຢາເວ.

"ພຣະວິຫານທີ່ທ່ານຈະສ້າງເພື່ອໃຫ້ກຽຕແກ່ພຣະຢາເວ"