lo_tn/gen/01/22.md

28 lines
2.6 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ຊົງອວຍພອນພວກມັນ
"ຊົງອວຍພອນພວກນົກ ທີ່ພຣະອົງຊົງສ້າງນັ້ນ"
# ຈົ່ງແຜ່ພັນ, ແລະ ທະວີຄູນຫລາຍຂຶ້ນ
ນີ້ແມ່ນພຣະພອນຂອງພະເຈົ້າ. ພຣະອົງໄດ້ບອກໃຫ້ສັດທະເລຜະລິດສັດທີ່ຄືກັບພວກມັນຂື້ນໃນທະເລຫລາຍ, ເພື່ອວ່າມັນຈະມີສັດເຫລົ່ານີ້ຢູ່ໃນທະເລຫລາຍ. ຄຳວ່າ “ຄູນ” ອະທິບາຍເຖິງວິທີທີ່ພວກມັນຈະ“ ເກີດຜົນ”. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-doublet]] ແລະ [[rc://*/ta/man/translate/figs-idiom]])
# ທະວີຄູນ
"ເພີ່ມຈຳນວນຂື້ນຢ່າງຫລວງຫລາຍ" ຫລື "ກາຍເປັນຫລາຍ"
# ໃຫ້ນົກແຜ່ພັນທະວີຄູນຫລາຍຂຶ້ນ
ນີ້ແແມ່ນຄຳສັ່ງ. ໂດຍບັນຊາວ່ານົກຄວນເພີ່ມຈຳນວນຫລາຍ, ພຣະເຈົ້າໄດ້ເຮັດໃຫ້ນົກມີຈຳນວນຫລາຍ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-imperative]])
# ນົກ
"ສັດທີ່ສາມາດບິນໄດ້" ຫລື "ສິ່ງທີ່ບິນ" ບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 20.
# ເວລາຄ່ຳ ແລະ ເວລາເຊົ້າ
ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານຄວນແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)
# ເປັນວັນທີຫ້າ
ນີ້ຫມາຍເຖິງມື້ທີຫ້າທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ທີ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.