lo_tn/pro/05/03.md

20 lines
4.2 KiB
Markdown
Raw Normal View History

2021-06-16 18:33:21 +00:00
# ຮິມສົບຂອງຍິງແພດສະຫຍາກໍຢົດນ້ຳເຜິ້ງອອກມາ
ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຄຳວ່າ "ຮິມສົບ" ເປັນຕົວແທນໃຫ້ຄຳເວົ້າຂອງຜູ້ຫລິ້ນຊູ້ ແລະ ນັກຂຽນເວົ້າເຖິງຄວາມດຶງດູດໃຈຂອງຄຳເວົ້າຂອງນາງຄືກັບວ່າສົບຂອງນາງກຳລັງຈຸ່ມນ້ຳເຜີ້ງ. ອາດແປໄດ້ອີກວ່າ: "ຄຳເວົ້າຂອງຜູ້ຫລິ້ນຊູ້ແມ່ນຫວານ, ຄືກັບການນ້ຳເຜິ້ງ" ຫລື 2) ນັກຂຽນເວົ້າເຖິງຄວາມຈູງໃຈຂອງການຈູບຜູ້ຫລິ້ນຊູ້ຄືກັບວ່າສົບຂອງນາງຈົມລົງດ້ວຍນ້ຳເຜິ້ງ. ອາດແປໄດ້ອີກວ່າ: "ການຈູບຂອງຜູ້ຫລິ້ນຊູ້ແມ່ນຫວານ, ຄືກັບວ່າສົບຂອງນາງຈົມລົງດ້ວຍນໍ້າເຜິ້ງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-metaphor]])
# ປາກຂອງນາງກໍລຽບນຽນຍິ່ງກວ່ານ້ຳມັນ
ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຄຳວ່າ "ປາກ" ເປັນຕົວແທນໃຫ້ແກ່ການເວົ້າຂອງຜູ້ຫລິ້ນຊູ້ ແລະ ນັກຂຽນເວົ້າເຖິງຄວາມໂນ້ມນ້າວໃຈຂອງຄຳເວົ້າຂອງນາງ ຄືກັບວ່າປາກຂອງນາງອ່ອນກວ່ານ້ຳມັນຫມາກກອກ. ອາດແປໄດ້ອີກວ່າ: "ຄຳເວົ້າຂອງນາງມີຄວາມຄ່ອງແຄ້ວ ແລະ ອ່ອນໂຍນກວ່ານ້ຳມັນຫມາກກອກ" ຫລື 2) ນັກຂຽນເວົ້າເຖິງຄວາມສຸກຂອງການຈູບຜູ້ຫລິ້ນຊູ້ຄືກັບວ່າປາກຂອງນາງອ່ອນກວ່ານ້ຳມັນ. ອາດແປໄດ້ອີກວ່າ: "ການຈູບຂອງນາງແມ່ນອ່ອນກ່ວານ້ຳມັນເວີ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-metaphor]])
# ແຕ່ໃນທີ່ສຸດນາງກໍຂົມຢ່າງວໍລະເພັດ
ນັກຂຽນເວົ້າເຖິງຄວາມອັນຕະລາຍທີ່ມາຈາກການມີຄວາມສຳພັນກັບຄົນຫລິ້ນຊູ້ຄືກັບວ່ານາງໄດ້ຊີມລົດຊາດຂົມຄືກັບວໍລະເພັດ. ອາດແປໄດ້ອີກວ່າ: "ແຕ່ໃນທີ່ສຸດ, ນາງແມ່ນຄືກັນກັບຫນອນໄມ້ທີ່ມີລົດຊາດຂົມຂື່ນ ແລະ ຈະເຮັດໃຫ້ເຈົ້າເປັນອັນຕະລາຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]).
# ຫນອນໄມ້
ຕົ້ນໄມ້ທີ່ມີລົດຊາດຂົມຂື່ນ
# ຕັດຄືຢ່າງດາບທີ່ຄົມ
ນັກຂຽນເວົ້າເຖິງຄວາມເຈັບປວດທີ່ຜູ້ຫລິ້ນຊູ້ຈະເຮັດໃຫ້ຜູ້ທີ່ມີຄວາມສຳພັນກັບນາງຄືກັບວ່ານາງເປັນອາວຸດແຫລມທີ່ເຮັດໃຫ້ຄົນຖືກຕັດຂາດ. ອາດແປໄດ້ອີກວ່າ: "ນາງເຮັດໃຫ້ຄົນເປັນບາດແຜ, ຄືກັບວ່າລາວເປັນດາບທີ່ຄົມຮ້າຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])