lo_tn/isa/42/23.md

24 lines
3.4 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ຂໍ້ມູນທົ່ວໄປ:
ພຣະຢາເວຍັງຊົງສືບຕໍ່ເວົ້າ
# ບັນດາພວກເຈົ້າຜູ້
ທີ່ນີ້ "ພວກເຈົ້າ" ແມ່ນຄໍາພະຫຸພົດ ແລະຫມາຍເຖິງປະຊາຊົນອິດສະຣາເອນ.(ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-you]])
# ຜູ້ໃດມອບຢາໂຄບໃຫ້ແກ່ພວກໂຈນ, ແລະມອບຄົນອິດສະຣາເອນໃຫ້ແກ່ພວກໂຈນປຸ້ນ?
ສອງສໍານວນນີ້ມີຄວາມຫມາຍຄືກັນ. ເອຊາຢາໃຊ້ຄຳນີ້ເປັນຄຳຖາມນຳຫນ້າເພື່ອເນັ້ນຄຳຕອບທີ່ລາວຈະໃຫ້ໃນສໍານວນຕໍ່ໄປ. ອາດແປໄດ້ອີກວ່າ: "ເຮົາຈະບອກພວກເຈົ້າວ່າໃຜໄດ້ມອບປະຊາຊົນອິດສະຣາເອນໃຫ້ແກ່ພວກໂຈນ ແລະພວກໂຈນປຸ້ນ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]] ແລະ [[rc://*/ta/man/translate/figs-parallelism]])
# ບໍ່ແມ່ນພຣະຢາເວ ... ປະຕິເສດທີ່ຈະເຊື່ອຟັງພຣະບັນຍັດຂອງພຣະອົງບໍ?
ເອຊາຢາໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າພຣະຢາເວພຽງອົງດຽວມີຄວາມຮັບຜິດຊອບຕໍ່ສະຖານະການຂອງອິດສະຣາເອນ, ແລະອະທິບາຍເຫດຜົນທີ່ວ່າພຣະຢາເວໄດ້ຊົງກະທໍາ. ອາດແປໄດ້ອີກວ່າ: "ເປັນພຣະຢາເວແນ່ນອນວ່າ ... ປະຕິເສດທີ່ຈະເຊື່ອຟັງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]])
# ຜູ້ທີ່ພວກເຮົາໄດ້ເຮັດຜິດຕໍ່ພຣະອົງ
ໃນນີ້ຄຳວ່າ "ພວກເຮົາ" ຫມາຍເຖິງປະຊາຊົນອິດສະຣາເອນ ແລະເອຊາຢາ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-inclusive]])
# ຜູ້ເຊິ່ງພວກເຂົາປະຕິເສດທີ່ຈະດຳເນີນໄປໃນທາງຂອງພຣະອົງ, ແລະປະຕິເສດທີ່ຈະເຊື່ອຟັງພຣະບັນຍັດຂອງພຣະອົງບໍ?
ຄຳວ່າ "ພວກເຂົາ" ຍັງຫມາຍເຖິງປະຊາຊົນອິດສະຣາເອນ ແລະເອຊາຢານຳອີກ. ສອງສໍານວນນີ້ມີຄວາມຫມາຍຄືກັນ. ໃນທຳອິດການເຊື່ອຟັງພຣະບັນຍັດຂອງພຣະຢາເວແມ່ນເວົ້າ ຄືກັບວ່າມັນກຳລັງເດີນໄປຢູ່ໃນເສັ້ນທາງທີ່ພຣະຢາເວສັ່ງໃຫ້ເຂົາເຂົາຍ່າງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parallelism]] ແລະ [[rc://*/ta/man/translate/figs-metaphor]])