# ຂໍ້ມູນທົ່ວໄປ: ພຣະຢາເວຍັງຊົງສືບຕໍ່ເວົ້າ # ບັນດາພວກເຈົ້າຜູ້ ທີ່ນີ້ "ພວກເຈົ້າ" ແມ່ນຄໍາພະຫຸພົດ ແລະຫມາຍເຖິງປະຊາຊົນອິດສະຣາເອນ.(ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-you]]) # ຜູ້ໃດມອບຢາໂຄບໃຫ້ແກ່ພວກໂຈນ, ແລະມອບຄົນອິດສະຣາເອນໃຫ້ແກ່ພວກໂຈນປຸ້ນ? ສອງສໍານວນນີ້ມີຄວາມຫມາຍຄືກັນ. ເອຊາຢາໃຊ້ຄຳນີ້ເປັນຄຳຖາມນຳຫນ້າເພື່ອເນັ້ນຄຳຕອບທີ່ລາວຈະໃຫ້ໃນສໍານວນຕໍ່ໄປ. ອາດແປໄດ້ອີກວ່າ: "ເຮົາຈະບອກພວກເຈົ້າວ່າໃຜໄດ້ມອບປະຊາຊົນອິດສະຣາເອນໃຫ້ແກ່ພວກໂຈນ ແລະພວກໂຈນປຸ້ນ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]] ແລະ [[rc://*/ta/man/translate/figs-parallelism]]) # ບໍ່ແມ່ນພຣະຢາເວ ... ປະຕິເສດທີ່ຈະເຊື່ອຟັງພຣະບັນຍັດຂອງພຣະອົງບໍ? ເອຊາຢາໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າພຣະຢາເວພຽງອົງດຽວມີຄວາມຮັບຜິດຊອບຕໍ່ສະຖານະການຂອງອິດສະຣາເອນ, ແລະອະທິບາຍເຫດຜົນທີ່ວ່າພຣະຢາເວໄດ້ຊົງກະທໍາ. ອາດແປໄດ້ອີກວ່າ: "ເປັນພຣະຢາເວແນ່ນອນວ່າ ... ປະຕິເສດທີ່ຈະເຊື່ອຟັງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]) # ຜູ້ທີ່ພວກເຮົາໄດ້ເຮັດຜິດຕໍ່ພຣະອົງ ໃນນີ້ຄຳວ່າ "ພວກເຮົາ" ຫມາຍເຖິງປະຊາຊົນອິດສະຣາເອນ ແລະເອຊາຢາ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-inclusive]]) # ຜູ້ເຊິ່ງພວກເຂົາປະຕິເສດທີ່ຈະດຳເນີນໄປໃນທາງຂອງພຣະອົງ, ແລະປະຕິເສດທີ່ຈະເຊື່ອຟັງພຣະບັນຍັດຂອງພຣະອົງບໍ? ຄຳວ່າ "ພວກເຂົາ" ຍັງຫມາຍເຖິງປະຊາຊົນອິດສະຣາເອນ ແລະເອຊາຢານຳອີກ. ສອງສໍານວນນີ້ມີຄວາມຫມາຍຄືກັນ. ໃນທຳອິດການເຊື່ອຟັງພຣະບັນຍັດຂອງພຣະຢາເວແມ່ນເວົ້າ ຄືກັບວ່າມັນກຳລັງເດີນໄປຢູ່ໃນເສັ້ນທາງທີ່ພຣະຢາເວສັ່ງໃຫ້ເຂົາເຂົາຍ່າງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parallelism]] ແລະ [[rc://*/ta/man/translate/figs-metaphor]])