lo_gen_text_ulb/15/17.txt

1 line
1.3 KiB
Plaintext

\v 17 ເມື່ອ ຕາເວັນ ຕົກ ດິນ ແລ້ວ ໃນທັນ ໃດ ກໍ ມີ ເຕົາ ໄຟ ອັນ ຮ້ອນ ທີ່ ມີ ຄວັນ ພຸ່ງ ຂຶ້ນ ແລະ ມີ ໂຄມໄຟ ທີ່ ມີ ແສງ ຮຸ່ງ ເຮືອງ ປາກົດ ຂຶ້ນ ໃຫ້ ເຫັນ ຜ່ານ ກາງ ຊາກ ຂອງ ສັດ ເຫລົ່າ ນັ້ນ ໄປ. \v 18 ແລ້ວ ອົງພຣະ ຜູ້ ເປັນເຈົ້າ ກໍໄດ້ ຕັ້ງ ພັນທະສັນຍາ ກັບ ອັບຣາມ ໂດຍ ກ່າວ ວ່າ, “ເຮົາ ສັນຍາ ວ່າ ຈະ ມອບ ດິນ ແດນ ທັງ ໝົດ ນີ້ ໃຫ້ ແກ່ ເຊື້ອສາຍ ຂອງ ເຈົ້າ ຄື ດິນແດນ ຕັ້ງ ແຕ່ ເຂດແດນ ຂອງ ເອຢິບ ຈົນ ໄປ ເຖິງ ແມ່ນໍ້າ ໃຫຍ່ ເອີຟຣັດ \v 19 ລວມທັງ ດິນແດນ ຂອງ ພວກ ເກນິດ, ເກນິດຊີ, ກັດໂມ, \v 20 ຮິດຕີ, ເປຣີຊີ, ເຣຟາອີມ, \v 21 ອາໂມ, ການາອານ, ກີກາຊີ ແລະ ເຢບຸດ.”