lo_gen_text_ulb/43/32.txt

1 line
1.6 KiB
Plaintext

\v 32 ເຂົາ ໄດ້ ຈັດ ແຈ່ງ ໂຕະ ໃຫ້ ໂຢເຊັບ ກິນ ຜູ້ ດຽວ ຕ່າງຫາກ ແລະ ຈັດ ແຈ່ງ ໃຫ້ ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ກິນ ໂຕະ ໜຶ່ງ ຕ່າງຫາກ. ຊາວ ເອຢິບ ຜູ້ ທີ່ ມາ ຮ່ວມ ນໍາ ນັ້ນ ເຂົາ ໄດ້ ຈັດ ໃຫ້ ກິນ ໂຕະ ໜຶ່ງ ອີກ ຕ່າງຫາກ ເພາະ ເຂົາ ຖືວ່າ ມັນ ເປັນ ການ ອັບ ອາຍ ຂາຍໜ້າ ທີ່ຈະ ກິນ ເຂົ້າ ຮ່ວມ ໂຕະ ກັບ ຊາວ ເຮັບເຣີ. \v 33 ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ນັ່ງ ລຽນ ກັນ ປິ່ນ ໜ້າ ໃສ່ ໂຢເຊັບ ໂດຍ ລຽນ ຕາມ ລໍາດັບ ອາຍຸ ຄື: ອ້າຍກົກ ຫາ ນ້ອງຫລ້າ. ເມື່ອ ນັ່ງ ຮຽບຮ້ອຍ ແລ້ວ ເຂົາ ກໍ ແນມ ເບິ່ງ ໜ້າ ກັນແລະກັນ ຢ່າງ ປະຫລາດ ໃຈ. \v 34 ຄົນ ຮັບ ໃຊ້ ເລີ່ມ ຢາຍ ອາຫານ ຕັ້ງ ແຕ່ ໂຕະ ຂອງ ໂຢເຊັບ ໄປ ແລະ ເບັນຢາມິນ ໄດ້ ຮັບ ອາຫານ ຫລາຍກວ່າ ຜູ້ ອື່ນ ຫ້າ ເທົ່າ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ກິນ ແລະ ດື່ມ ກັບ ໂຢເຊັບ ຢ່າງ ມ່ວນຊື່ນ ເບີກ ບານ.