lo_gen_text_ulb/50/24.txt

1 line
1.5 KiB
Plaintext

\v 24 ໂຢເຊັບ ກ່າວ ແກ່ ພວກ ອ້າຍ ນ້ອງ ວ່າ, “ຂ້ອຍ ໃກ້ ຈະ ສິ້ນໃຈ ຕາຍ ແລ້ວ, ແຕ່ ພຣະເຈົ້າ ຈະ ຮັກ ສາ ພວກເຈົ້າ ຢ່າງ ແນ່ ນອນ ແລະ ພຣະອົງ ຈະ ນໍາ ພວກເຈົ້າ ອອກ ໄປ ຈາກ ປະເທດ ນີ້ ຄືນ ສູ່ ດິນແດນ ທີ່ ພຣະອົງ ໄດ້ ສັນຍາ ໄວ້ ຢ່າງ ໜັກ ແໜ້ນ ກັບ ອັບຣາຮາມ, ອີຊາກ ແລະ ຢາໂຄບ.” \v 25 ແລ້ວ ໂຢເຊັບ ກໍ ໃຫ້ ປະຊາຊົນ ຂອງຕົນ ສາບານ ຕໍ່ ຕົນ ວ່າ, “ຈົ່ງ ສາບານ ຕໍ່ ຂ້ອຍ ວ່າ ເມື່ອ ພຣະເຈົ້າ ໄດ້ນໍາ ພາ ພວກເຈົ້າ ອອກ ໄປ ສູ່ ດິນແດນ ນັ້ນ ແລ້ວ ພວກເຈົ້າ ຈະ ຕ້ອງ ເອົາ ສົບ ຂອງຂ້ອຍ ອອກ ໄປ ນໍາ.” \v 26 ສະນັ້ນ ໂຢເຊັບ ຈຶ່ງ ໄດ້ ຕາຍໄປ ທີ່ ປະເທດ ເອຢິບ ເມື່ອ ເພິ່ນ ອາຍຸ ໄດ້ ໜຶ່ງ ຮ້ອຍ ສິບ ປີ. ພວກເຂົາ ໄດ້ ອາບນໍ້າ ຢາ ຮັກ ສາ ສົບ ຂອງ ເພິ່ນ ແລະ ບັນຈຸ ໃສ່ ໂລງສົບ ເພື່ອ ເກັບ ຮັກສາ ໄວ້.