lo_gen_text_ulb/50/04.txt

1 line
1.3 KiB
Plaintext

\v 4 ເມື່ອ ເວລາ ກຳ ນົດ ໄວ້ທຸກ ສິ້ນ ສຸດ ລົງ ແລ້ວ ໂຢເຊັບ ຈຶ່ງ ກ່າວ ແກ່ ຂຸນນາງ ຂອງ ກະສັດ ວ່າ, “ກະລຸນາ ໄປ ບອກ ກະສັດ ໃຫ້ ຂ້ອຍ ແດ່ ວ່າ, \v 5 ‘ເມື່ອ ພໍ່ ຂອງ ຂ້ານ້ອຍ ໃກ້ ຈະ ສິ້ນໃຈ ຕາຍ ນັ້ນ ເພິ່ນ ໄດ້ ໃຫ້ ຂ້ານ້ອຍ ສັນຍາ ຕໍ່ ເພິ່ນ ວ່າ ໃຫ້ ນຳ ເອົາ ສົບ ຂອງ ເພິ່ນ ໄປ ຝັງ ໄວ້ ຢູ່ ໃນ ຖໍ້າ ທີ່ ເພິ່ນ ໄດ້ ຕຽມ ໄວ້ ເອງ ໃນ ການາອານ. ສະນັ້ນ ຂໍ ທ່ານ ຈົ່ງ ອະນຸຍາດ ໃຫ້ ຂ້ານ້ອຍ ໄປ ຝັງ ສົບ ພໍ່ ຂອງ ຂ້ານ້ອຍ ແດ່ ທ້ອນ ເມື່ອ ຝັງ ແລ້ວ ໆ ຂ້ານ້ອຍ ຈະ ກັບ ຄືນ ມາ ທີ່ ນີ້.’” \v 6 ກະສັດ ຝາກ ຕອບ ໂຢເຊັບ ມາ ວ່າ, “ຈົ່ງ ໄປ ຝັງ ສົບ ຂອງ ພໍ່ ເຈົ້າ ຕາມ ທີ່ ເຈົ້າ ໄດ້ ສັນຍາ ໄວ້ ກັບເພິ່ນ ສາ.”