lo_gen_text_ulb/48/05.txt

1 line
1.4 KiB
Plaintext

\v 5 ຢາໂຄບ ກ່າວ ຕໍ່ ໄປ ວ່າ, “ໂຢເຊັບ ເອີຍ ລູກຊາຍ ຂອງ ເຈົ້າ ສອງ ຄົນ ທີ່ ໄດ້ ເກີດ ຢູ່ ໃນ ປະເທດ ເອຢິບ ກ່ອນ ພໍ່ ມາ ຢູ່ ນີ້ ເປັນ ລູກ ຂອງ ພໍ່. ເອຟຣາອິມ ແລະ ມານາເຊ ກໍ ເທົ່າ ໆ ກັບ ຣູເບັນ ແລະ ຊີເມໂອນ. \v 6 ຖ້າ ເຈົ້າ ມີ ລູກຊາຍ ອີກ ພໍ່ ຈະ ບໍ່ ຖື ວ່າ ເປັນ ລູກ ຂອງ ພໍ່. ພວກເຂົາ ຈະ ໄດ້ ຮັບ ມໍຣະດົກ ໂດຍ ທາງ ເອຟຣາອິມ ແລະ ມານາເຊ. \v 7 ພໍ່ ເຮັດ ດັ່ງ ນີ້ ເພາະ ເຫັນ ແກ່ ຣາເຊັນ ແມ່ ຂອງ ເຈົ້າ. ພໍ່ ໂສກເສົ້າ ຫລາຍ ເມື່ອ ແມ່ ຂອງ ເຈົ້າ ຈາກ ພໍ່ ໄປ ໃນ ການາອານ ຊຶ່ງ ບໍ່ ຢູ່ ໄກ ເທົ່າ ໃດ ຈາກ ເອຟຣາທາ. ພໍ່ ໄດ້ ຝັງ ສົບ ແມ່ ຂອງ ເຈົ້າ ໄວ້ ທີ່ ແຄມ ທາງ ໄປ ຍັງ ເອຟຣາທາ.” (ເອຟຣາທາ ແມ່ນ ເມືອງ ເບັດ ເລເຮັມ ໃນ ປັດຈຸບັນ ນີ້. )