lo_gen_text_ulb/47/18.txt

1 line
2.0 KiB
Plaintext

\v 18 ປີ ຕໍ່ ມາ ພວກເຂົາ ກໍ ພາກັນ ມາ ຫາ ໂຢເຊັບ ອີກ ແລະ ເວົ້າ ວ່າ, “ທ່ານເອີຍ ພວກຂ້ານ້ອຍ ຂໍ ເວົ້າ ຄວາມຈິງ ສູ່ ທ່ານ ຟັງ ໂດຍ ບໍ່ ໄ ດ້ ປິດ ບັງ ຫຍັງ ເລີຍ ຄື: ເງິນ ຂອງ ພວກ ຂ້ານ້ອຍ ກໍ ໝົດ ແລ້ວ ແລະ ສັດ ຂອງ ພວກ ຂ້ານ້ອຍ ກໍ ເປັນ ຂອງທ່ານ ແລ້ວ. ດຽວນີ້ ພວກ ຂ້ານ້ອຍ ບໍ່ ເຫລືອ ຫຍັງ ພໍ ເອົາ ມາ ໃຫ້ ທ່ານ ແລກ ປ່ຽນ ນອກຈາກ ພວກ ຂ້ານ້ອຍ ເອງ ກັບ ທີ່ ດິນ ເທົ່າ ນັ້ນ. \v 19 ຢ່າ ປ່ອຍ ໃຫ້ ພວກ ຂ້ານ້ອຍ ຕ້ອງ ອຶດ ຕາຍ ເທາະ. ກະລຸນາ ຫາ ທາງ ຊ່ວຍ ພວກ ຂ້ານ້ອຍ ແດ່ ທ້ອນ ຢ່າ ປ່ອຍ ໃຫ້ ທີ່ ດິນ ຂອງ ພວກ ຂ້ານ້ອຍ ຫວ່າງເປົ່າ ລ້າ ໆ ເລີຍ. ຂໍ ທ່ານ ຈົ່ງ ຊື້ ທີ່ ດິນ ຂອງ ພວກ ຂ້ານ້ອຍ ເພື່ອ ແລກ ເອົາອາຫານ. ພວກ ຂ້ານ້ອຍ ຍິນ ດີ ຍອມ ເປັນ ຄົນ ຮັບ ໃຊ້ ຂອງ ກະສັດ ແລະ ທີ່ ດິນ ຂອງ ພວກ ຂ້ານ້ອຍ ກໍ ໃຫ້ ເປັນ ຂອງ ເພິ່ນ ດ້ວຍ. ຈົ່ງ ເອົາ ເຂົ້າ ໃຫ້ ພວກ ຂ້ານ້ອຍ ເພື່ອ ພວກ ຂ້ານ້ອຍ ຈະ ບໍ່ ອຶດຕາຍ ແລະ ເອົາ ເຂົ້າປູກ ໃຫ້ ພວກ ຂ້ານ້ອຍ ເພື່ອ ທີ່ ດິນ ຈະ ບໍ່ ຖືກ ປະປ່ອຍ ໃຫ້ ວ່າງເປົ່າ ລ້າ ໆ.”