lo_gen_text_ulb/42/26.txt

1 line
1.1 KiB
Plaintext

\v 26 ພວກ ອ້າຍ ຂອງ ໂຢເຊັບ ໄດ້ ພາກັນ ເອົາ ເຂົ້າ ທີ່ ຊື້ ນັ້ນ ບັນ ທຸກ ໃສ່ ຫລັງ ລໍ ແລ້ວ ກໍ ອອກ ເດີນທາງ ໄປ. \v 27 ໃນ ບ່ອນ ທີ່ ພັກ ເຊົາ ແຮມ ຄືນ ແຫ່ງ ໜຶ່ງ ມີ ຄົນ ໜຶ່ງ ໃນ ພວກເຂົາ ໄດ້ ໄຂ ຖົງ ເພື່ອ ເອົາ ເຟືອງ ໃຫ້ ລໍ ກິນ ລາວ ເລີຍ ພົບ ເງິນ ຢູ່ໃນ ປາກ ຂອງ ຖົງ ເຂົ້າ. \v 28 ລາວ ຈຶ່ງ ຮ້ອງ ໃສ່ ພວກ ອ້າຍ ນ້ອງ ຂອງຕົນ ວ່າ, “ຂ້ອຍ ໄດ້ ເງິນ ຄືນ ມາ ມັນ ຢູ່ ໃນ ຖົງ ເຂົ້າ ນີ້ ເດ!” ພວກເຂົາ ຕ່າງ ກໍ ຕົກ ໃຈ ຢ້ານກົວ ຈົນ ຕົວ ສັ່ນ ແລະ ຖາມ ກັນ ວ່າ, “ເປັນ ຫຍັງ ພຣະເຈົ້າ ຈຶ່ງ ເຮັດ ກັບ ພວກເຮົາ ເຊັ່ນ ນີ້? ”