lo_gen_text_ulb/42/23.txt

1 line
1.4 KiB
Plaintext

\v 23 ໂຢເຊັບ ເຂົ້າໃຈ ເລື່ອງ ທັງໝົດ ທີ່ພວກເຂົາ ເວົ້າ ກັນ, ແຕ່ ພວກເຂົາ ບໍ່ ຮູ້ ວ່າ ເພິ່ນ ເຂົ້າໃຈ ໄດ້ ເພາະ ໂຢເຊັບ ໃຊ້ ນາຍ ພາສາ ເວົ້າ ກັບ ພວກເຂົາ. \v 24 ໂຢເຊັບ ຫລົບ ໜີ ຈາກ ພວກເຂົາ ແລະ ໄປ ລີ້ ຮ້ອງໄຫ້ ຢູ່ ຜູ້ ດຽວ. ເມື່ອ ເພິ່ນ ຕັ້ງ ສະຕິ ໄດ້ ແລ້ວ ຈຶ່ງ ກັບ ເຂົ້າ ມາ ອີກ ແລະ ສັ່ງ ໃຫ້ ເອົາ ຊີເມໂອນ ອອກ ມາ ຜູກ ໄວ້ ຕໍ່ໜ້າ ຕໍ່ຕາ ຂອງ ພວກເຂົາ ຢູ່ໃນທີ່ ນັ້ນ. \v 25 ໂຢເຊັບ ສັ່ງ ໃຫ້ ຄົນ ເອົາ ເຂົ້າ ໃສ່ ຖົງ ພວກເຂົາ ຈົນ ເຕັມ ແລະ ເອົາ ເງິນ ຂອງ ແຕ່ ລະຄົນ ໃສ່ ໄວ້ ເທິງ ເຂົ້າ ໃນ ຖົງ ນັ້ນ ຄືນ ແລະ ເອົາ ອາຫານ ໃຫ້ ພວກເຂົາ ໄປ ກິນ ຕາມ ທາງ ດ້ວຍ. ຄົນ ຂອງ ເພິ່ນ ກໍ ເຮັດ ຕາມ ຄໍາສັ່ງ ນັ້ນ ທຸກປະການ.