lo_gen_text_ulb/40/20.txt

1 line
1.3 KiB
Plaintext

\v 20 ຫລັງ ຈາກ ນັ້ນ ສາມ ວັນ ກໍ ເປັນ ວັນ ເກີດ ຂອງ ກະສັດ ເພິ່ນ ໄດ້ ຈັດ ງານກິນ ລ້ຽງ ຂຶ້ນ ສໍາລັບ ຂ້າຣາຊການ ທັງ ຫລາຍ ຂອງ ເພິ່ນ; ກະສັດ ໄດ້ ປ່ອຍ ພະນັກ ງານ ເຮັດ ເຫລົ້າ ອະງຸ່ນ ແລະ ພະນັກ ງານ ເຮັດ ເຂົ້າຈີ່ ອອກ ຈາກ ຄຸກ ແລະ ໃຫ້ ພວກເຂົາ ມາ ຢືນ ຢູ່ ຕໍ່ ໜ້າ ຂ້າຣາຊການ ທັງຫລາຍ. \v 21 ເພິ່ນ ມອບ ຕໍາແໜ່ງ ເດີມຄືນ ໃຫ້ ພະນັກງານ ເຮັດ ເຫລົ້າອະງຸ່ນ \v 22 ແຕ່ ສັ່ງ ປະຫານ ຫົວ ໜ້າ ພະນັກງານ ເຮັດ ເຂົ້າຈີ່. ທຸກສິ່ງ ເປັນ ໄປ ຕາມ ທີ່ ໂຢເຊັບ ໄດ້ ກ່າວ ໄວ້. \v 23 ແຕ່ ຫົວໜ້າພະນັກງານ ເຮັດ ເຫລົ້າ ອະງຸ່ນ ບໍ່ ໄດ້ ລະນຶກ ເຖິງ ໂຢເຊັບ ເລີຍ ລາວ ລືມ ໄລ ໂຢເຊັບ ໄປ ຢ່າງ ໝົດ ສິ້ນ.