lo_gen_text_ulb/38/12.txt

1 line
1.1 KiB
Plaintext

\v 12 ຢູ່ມາ ອີກ ດົນນານ ເມຍຂອງ ຢູດາ ກໍ ຕາຍໄປ. ເມື່ອ ຢູດາ ໝົດ ກຳນົດ ໄວ້ທຸກ ແລ້ວ ເພິ່ນ ກັບ ຮີຣາ ຊາວ ອາດຸນລໍາ ໝູ່ຂອງ ເພິ່ນ ກໍ ໄປ ຕັດ ຂົນ ແກະ ຂອງຕົນ ທີ່ ເມືອງ ຕີມນາ. \v 13 ມີ ຄົນ ມາ ບອກ ຕາມາ ວ່າ, “ພໍ່ ປູ່ ຂອງ ເຈົ້າ ກຳລັງ ໄປ ຕັດ ຂົນ ແກະ ທີ່ ເມືອງ ຕີມນາ.” \v 14 ສະນັ້ນ ນາງ ຈຶ່ງ ປ່ຽນ ເຄື່ອງ ໄວ້ທຸກ ແລະ ເອົາ ຜ້າອັດໜ້າໄວ້ ແລ້ວໄປ ນັ່ງຢູ່ ທາງ ເຂົ້າຂອງ ບ້ານ ເອນາອີມ ທີ່ ຈະ ໄປ ເມືອງ ຕີມນາ ຍ້ອນ ນາງ ຮູ້ວ່າ ເສລາ ກໍ ໃຫຍ່ ແລ້ວ, ແຕ່ ນາງ ບໍ່ ທັນ ໄດ້ ແຕ່ງງານ ກັບ ລາວ ເທື່ອ.