lo_gen_text_ulb/38/08.txt

1 line
1.2 KiB
Plaintext

\v 8 ເມື່ອ ເປັນ ເຊັ່ນ ນີ້ ຢູດາ ກໍ ເວົ້າ ຕໍ່ ໂອນານ ວ່າ, “ຈົ່ງ ເອົາ ເມຍ ຂອງ ອ້າຍ ເຈົ້າ ສາ ເພື່ອ ສືບ ທອດ ຕະກຸນ ໄວ້, ແຕ່ ໃຫ້ ຖືນາງ ເປັນ ເອື້ອຍໃພ້ ຢູ່.” \v 9 ແຕ່ ໂອນານ ຮູ້ ວ່າ ເດັກ ນ້ອຍ ທີ່ ຈະ ເກີດ ມາ ນັ້ນ ບໍ່ ແມ່ນ ລູກ ຂອງຕົນ. ດັ່ງ ນັ້ນ ເມື່ອ ລາວ ນອນ ກັບ ເມຍ ຂອງ ອ້າຍ ເທື່ອ ໃດ ລາວ ກໍ ເຮັດ ໃຫ້ ນ້ຳກາມ ຕົກ ເຮ່ຍ ເທື່ອ ນັ້ນ ເພື່ອ ວ່າ ລາວ ຈະ ບໍ່ ໄດ້ ມີລູກ ສືບ ເຊື້ອ ສາຍ ໃຫ້ ອ້າຍ ຂອງຕົນ. \v 10 ສິ່ງ ທີ່ ລາວ ກະທໍາ ນັ້ນ ບໍ່ ເປັນ ທີ່ ພໍ ໃຈ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ພຣະອົງ ເຮັດ ໃຫ້ ລາວ ຕາຍ ຄືກັນ.