lo_gen_text_ulb/35/16.txt

1 line
1.7 KiB
Plaintext

\v 16 ຢາໂຄບ ແລະ ຄອບຄົວ ຂອງຕົນ ໄດ້ ອອກ ຈາກ ເບັດເອນ ໄປ ແລະ ເມື່ອ ເດີນ ທາງ ມາ ໃກ້ ຈະ ຮອດ ເອຟຣາທາ ນາງ ຣາເຊັນ ກໍ ເຈັບ ທ້ອງ ຈະ ອອກລູກ. ເທື່ອ ນີ້ ນາງ ຄອດ ລູກ ລໍາບາກ ຫລາຍ. \v 17 ເມື່ອ ນາງ ເບັ່ງ ລູກ ອອກ ເທື່ອ ໃດ ນາງ ຜະດຸງຄັນ ກໍ ເວົ້າ ກັບ ນາງ ວ່າ “ບໍ່ ຕ້ອງ ຢ້ານ ຣາເຊັນ ເອີຍ ເຈົ້າ ຈະ ໄດ້ ລູກ ຜູ້ຊາຍ ອີກ.” \v 18 ແຕ່ ນາງ ສິ້ນໃຈ ຕາຍ ຫລັງ ຈາກ ຄອດ ລູກ ແລ້ວ. ກ່ອນ ສິ້ນໃຈ ຕາຍ ນາງ ໄດ້ ໃສ່ ຊື່ ໃຫ້ ລູກຊາຍ ຂອງຕົນ ວ່າ ເບັນໂອນີ (ຝ) ແຕ່ ຢາໂຄບ ຜູ້ ເປັນ ພໍ່ ໃສ່ ຊື່ ໃຫ້ ໃໝ່ ວ່າ ເບັນຢາມິນ. (ພ) \v 19 ຣາເຊັນ ໄດ້ ຕາຍໄປ ແລະ ຢາໂຄບ ໄດ້ ຝັງ ສົບ ຂອງ ນາງ ໄວ້ ໃກ້ ແຄມ ທາງ ໄປ ເມືອງ ເອຟຣາທາ ປັດຈຸບັນ ນີ້ ແມ່ນ ເມືອງ ເບັດເລເຮັມ. \v 20 ຢາໂຄບ ຝັງເສົາ ຫິນ ໄວ້ ທີ່ນັ້ນ ເປັນ ທີ່ ລະນຶກ ແລະ ເສົາ ຫິນ ນັ້ນ ໝາຍ ຊື່ ຂອງ ນາງ ຣາເຊັນ ໄວ້ ຈົນ ເຖິງ ເທົ່າ ທຸກ ວັນ ນີ້.