lo_gen_text_ulb/35/06.txt

1 line
1.2 KiB
Plaintext

\v 6 ຢາໂຄບ ແລະ ຄົນ ຂອງຕົນ ທຸກຄົນ ໄດ້ ມາ ຮອດ ເມືອງ ລູເຊ ໃນ ການາອານ ຊຶ່ງ ເອີ້ນ ກັນ ໃນ ເວລາ ນັ້ນ ວ່າ ເບັດເອນ. \v 7 ໃນທີ່ ນັ້ນ ເພິ່ນ ໄດ້ ສ້າງ ແທ່ນບູຊາ ແລະ ໃສ່ ຊື່ ບ່ອນ ນີ້ ວ່າ ພຣະເຈົ້າຂອງ ເບັດເອນ ເພາະ ພຣະເຈົ້າ ປາກົດ ແກ່ ເພິ່ນ ຄາວ ທີ່ ເພິ່ນ ໄດ້ ປົບ ໜີ ຈາກ ອ້າຍ ຂອງຕົນ ນັ້ນ. \v 8 ນາງ ເດໂບຣາ ເອື້ອຍ ລ້ຽງ ຂອງ ນາງ ເຣເບກາ ໄດ້ ເສຍ ຊີວິດ ແລະ ຖືກ ຝັງ ໄວ ໃຕ້ ຕົ້ນ ໝາກກໍ່ ທີ່ ຢູ່ ທາງ ທິດ ໃຕ້ ຂອງ ເມືອງ ເບັດເອນ. ສະນັ້ນ ພວກເຂົາ ຈຶ່ງ ໃສ່ ຊື່ ຕົ້ນໄມ້ ນັ້ນ ວ່າ, “ຕົ້ນ ໝາກກໍ່ ແຫ່ງ ນໍ້າຕາ.”