lo_gen_text_ulb/34/14.txt

1 line
1.3 KiB
Plaintext

\v 14 ພວກເຂົາ ເວົ້າວ່າ, “ພວກເຮົາ ບໍ່ ຍອມ ໃຫ້ ນາງ ດີນາ ແຕ່ງງານ ກັບ ຜູ້ຊາຍ ທີ່ ບໍ່ໄດ້ ຮັບ ພິທີ ຕັດ ເພາະ ເປັນ ການ ເສຍ ກຽດ ສັກສີ ສໍາລັບ ພວກເຮົາ. \v 15 ມີ ເງື່ອນໄຂ ດຽວ ເທົ່ານັ້ນ ທີ່ ພວກເຮົາ ຈະ ລົງ ລອຍ ກັນ ໄດ້ ຄື: ພວກເຈົ້າ ຕ້ອງ ເປັນ ຄື ພວກເຮົາ. ຜູ້ຊາຍ ຂອງ ພວກເຈົ້າ ທຸກຄົນ ຕ້ອງ ຮັບ ພິທີຕັດ. \v 16 ແລ້ວ ພວກເຮົາ ກໍ ຈະ ຍອມ ໃຫ້ ແຕ່ງງານ ກັນ ໄດ້. ພວກເຮົາ ຈະ ຢູ່ ຮ່ວມກັນ ແລະ ເປັນ ປະຊາຊົນ ຊາດ ດຽວກັນ. \v 17 ແຕ່ ຖ້າ ພວກເຈົ້າ ບໍ່ ຍິນ ຍອມ ຮັບ ເອົາ ຂໍ້ ສະເໜີ ຂອງ ພວກເຮົາ ແລ້ວ ພວກເຮົາ ກໍ ຈະ ໄປ ເອົາ ນາງ ດີນາ ກັບ ຄືນ ມາ ແລະ ພາກັນ ອອກ ໜີ ຈາກ ດິນແດນ ນີ້ ໄປ.”