lo_gen_text_ulb/34/08.txt

1 line
888 B
Plaintext

\v 8 ຮາໂມ ເວົ້າ ຕໍ່ ພວກເຂົາ ວ່າ, “ຊີເຄມ ລູກຊາຍ ຂອງຂ້ອຍ ຫລົງ ຮັກ ລູກສາວ ຂອງ ເຈົ້າ ຂໍ ໃຫ້ ພວກເຂົາ ໄດ້ ແຕ່ງງານ ກັນສາ \v 9 ໃຫ້ ພວກເຮົາ ມາ ຕົກ ລົງ ກັນ ວ່າ ຄົນ ຂອງຂ້ອຍ ແລະ ຄົນ ຂອງ ເຈົ້າ ແຕ່ງງານ ກັນ ໄດ້. \v 10 ແລ້ວ ພວກເຈົ້າ ກໍ ສາມາດ ຢູ່ ໃນ ດິນ ແດນ ຂອງ ພວກເຮົາ ນີ້ ນໍາ ກັນ; ພວກເຈົ້າ ຈະ ຢູ່ ບ່ອນ ໃດ ກໍໄດ້ ຈະ ຄ້າ ຂາຍ ແລະ ມີ ທີ່ ດິນ ເປັນ ຂອງ ຕົນ ເອງ ໄດ້ ຕາມໃຈມັກ.”