lo_gen_text_ulb/31/38.txt

1 line
1.4 KiB
Plaintext

\v 38 ເບິ່ງ ດູ ຂ້ອຍ ໄດ້ ອາໄສ ຢູ່ ກັບ ເຈົ້າ ເປັນ ເວລາ ຊາວ ປີ ແລະ ແກະ ກັບ ແບ້ ຂອງ ເຈົ້າ ໄດ້ ອອກ ແມ່ ແຜ່ ລູກ ຢູ່ ບໍ່ຂາດ, ແຕ່ ຂ້ອຍ ບໍ່ໄດ້ ກິນ ແກະເຖິກ ຢູ່ ໃນ ຝູງ ຂອງ ເຈົ້າ ແມ່ນແຕ່ ໂຕ ດຽວ. \v 39 ເທື່ອ ໃດ ທີ່ແກະ ຂອງ ເຈົ້າ ຖືກ ສັດ ປ່າ ກັດ ຕາຍ ຂ້ອຍ ກໍ ຈ່າຍ ຄ່າ ເສຍຫາຍ ເອງ ເທື່ອນັ້ນ. ຂ້ອຍ ບໍ່ ໄດ້ ເອົາ ມາ ໃຫ້ ເຈົ້າ ເບິ່ງ ແລະ ບອກ ວ່າ ມັນ ບໍ່ແມ່ນ ຄວາມຜິດ ຂອງຂ້ອຍ. ເຈົ້າ ໄດ້ ທວງ ຄືນ ສິ່ງ ທີ່ ຖືກ ລັກ ໄປ ຍາມ ກາງເວັນ ແລະ ຍາມ ກາງຄືນ. \v 40 ມີ ຫລາຍ ເທື່ອ ທີ່ ຂ້ອຍ ຕ້ອງ ທົນ ຕໍ່ ແສງ ແດດ ເຜົາ ຜານ ໃນ ເວລາ ກາງເວັນ ແລະ ທົນ ຕໍ່ ຄວາມ ໜາວ ໃນ ເວລາ ກາງຄືນ ຈົນ ຂ້ອຍ ບໍ່ ອາດ ຈະ ນອນ ຕາ ຫລັບ ໄດ້.