lo_gen_text_ulb/29/15.txt

1 line
1.2 KiB
Plaintext

\v 15 ຕໍ່ ມາ ລາບານ ໄດ້ ເວົ້າ ຕໍ່ ຢາໂຄບ ວ່າ, “ພວກເຮົາ ເປັນ ພີ່ນ້ອງ ກັນ ກໍ ຈິງ ແຕ່ ການ ເຮັດ ວຽກ ນັ້ນ ຕ້ອງ ມີ ຄ່າຈ້າງ. ເຈົ້າ ບໍ່ ຕ້ອງ ເຮັດ ວຽກ ໃຫ້ ຂ້ອຍ ລ້າ ໆ ດອກ. ເຈົ້າ ຕ້ອງການ ຄ່າຈ້າງ ເທົ່າ ໃດ?” \v 16 ລາບານ ມີ ລູກສາວ ສອງ ຄົນ; ຜູ້ ກົກ ຊື່ ວ່າ ເລອາ; ສ່ວນ ຜູ້ ນ້ອງ ນັ້ນ ຊື່ ວ່າ ຣາເຊັນ. \v 17 ນາງ ເລອາ ເປັນ ຄົນ ມີ ແວວ ຕາ ສັ້ນ (ຟ) ສ່ວນ ນາງ ຣາເຊັນ ນັ້ນ ເປັນ ຄົນ ໄດ້ ຊັດ ສ່ວນ ງາມດີ. \v 18 ຢາໂຄບ ຮັກ ນາງ ຣາເຊັນ ດັ່ງນັ້ນ ລາວ ຈຶ່ງ ເວົ້າ ວ່າ, “ຫລານ ຈະ ເຮັດ ວຽກ ໃຫ້ ລູງ ເຈັດ ປີ ຖ້າລູງ ຍອມ ໃຫ້ ຫລານ ແຕ່ງງານ ກັບ ຣາເຊັນ.”