lo_gen_text_ulb/29/01.txt

1 line
1.1 KiB
Plaintext

\c 29 \v 1 ຢາໂຄບ ໄດ້ ເດີນ ທາງ ຕໍ່ ໄປ ຈົນ ເຖິງ ດິນແດນ ຂອງ ຊາວ ຕາເວັນອອກ. \v 2 ໃນ ທັນໃດນັ້ນ ລາວ ກໍ ມາ ຮອດ ນ້ຳ ສ້າງ ທີ່ ທົ່ງ ນາ ຊຶ່ງ ມີ ແກະ ສາມ ຝູງ ກຳ ລັງ ນອນ ພັກ ຜ່ອນ ຢູ່ ໃກ້ໆ ນັ້ນ. ແກະ ເຫລົ່ານັ້ນ ກິນ ນໍ້າ ຈາກ ສ້າງ ແຫ່ງ ນີ້ ຊຶ່ງ ມີ ຫິນ ກ້ອນ ໃຫຍ່ ອັດ ປາກ ສ້າງ ຢູ່. \v 3 ຕາມ ປົກ ກະຕິ ເມື່ອ ແກະ ທຸກ ຝູງ ມາ ໂຮມ ກັນ ທີ່ ນັ້ນ ໝົດ ແລ້ວ ພວກ ລ້ຽງແກະ ຈຶ່ງ ພາກັນ ກິ້ງ ກ້ອນຫິນ ອອກ ແລະ ຕັກ ນໍ້າ ໃຫ້ ແກະ ກິນ. ແລ້ວ ພວກເຂົາ ກໍ ກິ້ງ ກ້ອນຫິນ ນັ້ນ ອັດ ປາກ ນ້ຳ ສ້າງ ໄວ້ ຄື ເກົ່າ.