lo_gen_text_ulb/27/36.txt

1 line
1.2 KiB
Plaintext

\v 36 ເອຊາວ ເວົ້າ ວ່າ, “ນີ້ ແມ່ນ ເທື່ອ ທີ ສອງ ທີ່ ລາວ ໄດ້ ໂກງ ລູກ ກໍ ບໍ່ ແມ່ນ ຍ້ອນ ລາວ ຊື່ ຢາໂຄບ (ບ) ນັ້ນ ບໍ? ລາວ ໄດ້ ເອົາ ສິດ ທິ ອ້າຍກົກ ຂອງ ລູກ ໄປ ແລະ ບັດ ນີ້ ລາວ ຊໍ້າ ເອົາ ພອນ ຂອງ ລູກ ໄປ ອີກ. ພໍ່ ບໍ່ ມີ ພອນ ຈັກ ຢ່າງ ເຫລືອ ໄວ້ ໃຫ້ ລູກ ອີກ ແດ່ ບໍ? ” \v 37 ອີຊາກ ຕອບ ວ່າ, “ພໍ່ ໄດ້ ອວຍພອນ ລາວ ເປັນ ນາຍ ຂອງ ເຈົ້າ ແລະ ໃຫ້ ພວກ ຍາດຕິພີ່ນ້ອງ ເປັນ ຄົນ ຮັບໃຊ້ ລາວ. ພໍ່ໄດ້ ອວຍພອນ ລາວ ໃຫ້ ມີ ເຂົ້າ ແລະ ມີ ເຫລົ້າ ອະງຸ່ນ ຢ່າງ ອຸດົມ ສົມ ບູນ. ບັດນີ້ ພໍ່ ບໍ່ ມີ ຫຍັງ ເຫລືອ ພໍ ທີ່ ຈະ ອວຍພອນ ເຈົ້າ ໄດ້ ດອກ ລູກ ເອີຍ.”