lo_gen_text_ulb/26/09.txt

1 line
1.4 KiB
Plaintext

\v 9 ເຈົ້າອາບີເມເຫລັກ ຈຶ່ງ ເອີ້ນ ອີຊາກ ມາ ແລະ ເວົ້າວ່າ, “ເບິ່ງດູ ນາງ ເປັນ ເມຍ ຂອງ ເຈົ້າ ແທ້ ແຕ່ ເປັນຫຍັງ ເຈົ້າ ຈຶ່ງ ເວົ້າ ວ່າ ນາງ ເປັນ ນ້ອງສາວ?” ອີຊາກ ຈຶ່ງ ຕອບ ວ່າ, “ເພາະ ຂ້ານ້ອຍ ຢ້ານ ຖືກ ຂ້າ ຖ້າເວົ້າວ່າ ນາງ ເປັນ ເມຍ.” \v 10 ເຈົ້າອາບີເມເຫລັກ ເວົ້າວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ກັບ ເຮົາ ດັ່ງ ນີ້? ຄົນ ຂອງເຮົາ ບາງຄົນ ອາດ ນອນ ນຳ ເມຍ ຂອງ ເຈົ້າ ກໍໄດ້ ແລະ ເຈົ້າ ຕ້ອງ ຮັບ ຜິດ ຊອບ ໃນ ຄວາມຜິດ ຂອງ ພວກເຮົາ.” \v 11 ດັ່ງນັ້ນ ເຈົ້າອາບີເມເຫລັກ ຈຶ່ງ ອອກ ຄໍາສັ່ງ ເຕືອນ ປະຊາຊົນ ໃນ ເມືອງ ນັ້ນ ວ່າ, “ຖ້າ ຜູ້ໃດ ຜູ້ໜຶ່ງ ຂົ່ມ ເຫັງ ຊາຍ ຜູ້ ນີ້ ແລະ ເມຍ ຂອງ ລາວ ຈະ ໄດ້ ຮັບ ໂທດ ເຖິງ ຕາຍ.”