lo_gen_text_ulb/26/06.txt

1 line
1.2 KiB
Plaintext

\v 6 ດັ່ງນັ້ນ ອີຊາກ ຈຶ່ງ ອາໄສ ຢູ່ ທີ່ ເມືອງ ເກຣາ. \v 7 ເມື່ອ ຜູ້ຊາຍ ຊາວ ເມືອງ ຖາມ ກ່ຽວກັບ ເມຍຂອງເພິ່ນ ເພິ່ນກໍຕອບ ພວກເຂົາ ວ່າ ນາງ ເປັນນ້ອງສາວ. ເພິ່ນ ບໍ່ ກ້າ ເວົ້າ ວ່າ ນາງ ເປັນ ເມຍ ຂອງຕົນ ເພາະ ຢ້ານ ພວກຜູ້ຊາຍ ຊາວເມືອງນີ້ ຂ້າ ເພິ່ນ ແລະ ເອົານາງ ເຣເບກາ ຜູ້ ເປັນ ຍິງ ສວຍງາມ ນີ້ ໄປ. \v 8 ເມື່ອ ອີຊາກ ອາໄສ ຢູ່ ໃນ ເມືອງ ນີ້ ຊົ່ວ ໄລຍະ ໜຶ່ງ ແລ້ວ ເຈົ້າອາບີເມເຫລັກ ກະສັດຂອງຊາວ ຟີລິດສະຕິນ ໄດ້ ຫລຽວ ລົງ ມາ ຈາກ ປ່ອງຢ້ຽມ ແລະ ເຫັນ ອີຊາກ ກຳ ລັງ ກອດ ນາງ ເຣເບກາ ເມຍ ຂອງຕົນ ຢູ່.