lo_gen_text_ulb/22/15.txt

1 line
1.2 KiB
Plaintext

\v 15 ເທວະດາ ຂອງ ອົງພຣະ ຜູ້ ເປັນເຈົ້າ ກໍໄດ້ ເອີ້ນ ອັບຣາຮາມ ເປັນ ເທື່ອ ທີ ສອງ ມາ ແຕ່ ສະຫວັນ ວ່າ, \v 16 “ເຮົາ ຂໍ ສາບານ ໃນ ນາມ ຂອງເຮົາ ຄື ອົງພຣະ ຜູ້ ເປັນ ເຈົ້າ ຜູ້ ກຳ ລັງ ກ່າວ ຢູ່ ນີ້ ວ່າ, ເຮົາ ຈະ ອວຍພອນ ເຈົ້າ ຢ່າງ ຫລວງຫລາຍ. ເພາະ ເຈົ້າ ໄດ້ ເຮັດ ຕາມ ສິ່ງ ທີ່ ເຮົາ ບອກ ແລະ ບໍ່ ໄດ້ ຫວງ ລູກຊາຍ ຄົນ ດຽວ ຂອງ ເຈົ້າ ໄວ້; \v 17 ເຮົາ ຂໍ ສັນ ຍາ ວ່າ ຈະ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ດັ່ງ ດວງດາວ ໃນ ທ້ອງຟ້າ ຫລື ເມັດ ດິນຊາຍ ທີ່ ແຄມ ທະເລ. ເຊື້ອ ສາຍ ຂອງ ເຈົ້າ ຈະ ຕີ ຊະນະ ສັດ ຕູ ທັງ ປວງ.