lo_gen_text_ulb/22/01.txt

1 line
1.5 KiB
Plaintext

\c 22 \v 1 ຕໍ່ມາ ພຣະເຈົ້າ ໄດ້ ລອງໃຈ ອັບຣາຮາມ; ພຣະອົງ ເອີ້ນ ເພິ່ນວ່າ, “ອັບຣາຮາມ ເອີຍ” ແລະ ອັບຣາຮາມ ກໍ ຕອບ ວ່າ, “ໂດຍ ຂ້ານ້ອຍ ກຳລັງຟັງຢູ່.” \v 2 ພຣະເຈົ້າ ສັ່ງວ່າ, “ເອົາ ອີຊາກ ລູກຊາຍ ຂອງ ເຈົ້າ ຄື ລູກຊາຍ ຄົນດຽວ ທີ່ ເຈົ້າ ຮັກ ຫລາຍ ນັ້ນ ໄປ ທີ່ ແຄວ້ນ ໂມຣິຢາ. (ຈ) ໃຫ້ ເຈົ້າ ເຜົາ ລາວ ຖວາຍ ເປັນ ເຄື່ອງ ບູຊາ ແກ່ ເຮົາ ຢູ່ ເທິງ ພູເຂົາ ແຫ່ງ ໜຶ່ງ ຊຶ່ງ ເຮົາ ຈະ ບອກ ເຈົ້າ ທີ່ ນັ້ນ.” \v 3 ອັບຣາຮາມ ຈຶ່ງ ລຸກ ຂຶ້ນ ແຕ່ ເຊົ້າ ມືດ ຈັດ ຕຽມ ເອົາ ຟືນ ເພື່ອ ເຜົາ ເຄື່ອງ ບູຊາ, ເອົາ ເຄື່ອງ ຂອງ ບັນທຸກ ໃສ່ ເທິງ ຫລັງ ລໍ ແລະ ເອົາ ອີຊາກ ກັບ ຄົນ ຮັບ ໃຊ້ ສອງ ຄົນ ໄປ ນຳ ຕົນ. ພວກເຂົາ ອອກ ເດີນ ທາງ ມຸ່ງໜ້າ ໄປ ສູ່ ບ່ອນ ທີ່ ພຣະເຈົ້າ ໄດ້ ບອກ.