lo_gen_text_ulb/20/08.txt

1 line
1.1 KiB
Plaintext

\v 8 ມື້ ໃໝ່ ມາ ແຕ່ ເຊົ້າ ໆ ເຈົ້າ ອາບີເມເຫລັກ ໄດ້ ເອີ້ນ ຄົນ ຮັບ ໃຊ້ ທຸກຄົນ ຂອງຕົນມາ ແລະ ເລົ່າ ເຫດການ ນັ້ນ ສູ່ ພວກເຂົາ ຟັງ ແລະ ພວກເຂົາ ກໍ ຢ້ານ ທີ່ ສຸດ. \v 9 ແລ້ວ ເຈົ້າ ອາບີເມເຫລັກ ກໍ ເອີ້ນ ອັບຣາຮາມ ມາ ແລະ ຖາມ ວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ເຊັ່ນນີ້ ກັບເຮົາ? ເຮົາ ເຮັດ ຜິດ ຫຍັງ ຕໍ່ ເຈົ້າ ເຈົ້າ ຈຶ່ງ ຈະ ນຳ ຄວາມ ຈິບ ຫາຍ ແບບ ນີ້ ມາ ສູ່ ເຮົາ ແລະ ອານາຈັກ ຂອງເຮົາ? ບໍ່ ມີ ຜູ້ໃດ ເຄີຍເຮັດສິ່ງ ທີ່ ເຈົ້າ ໄດ້ ເຮັດ ນີ້ ກັບ ເຮົາ ຈັກ ເທື່ອ.