lo_gen_text_ulb/18/16.txt

1 line
1.4 KiB
Plaintext

\v 16 ຫລັງ ຈາກ ນັ້ນ ຊາຍ ທັງ ສາມ ກໍ ຈາກ ໄປ ສູ່ ບ່ອນ ທີ່ ພວກ ຕົນ ຈະ ເຫັນ ເມືອງ ໂຊໂດມ ໄດ້ ແລະ ອັບຣາຮາມ ກໍຕາມ ໄປ ສົ່ງ ດ້ວຍ. \v 17 ອົງ ພຣະ ຜູ້ ເປັນ ເຈົ້າ ຄິດ ໃນ ໃຈ ວ່າ, “ເຮົາ ຈະ ບໍ່ ປິດ ບັງ ອັບຣາຮາມ ສິ່ງ ທີ່ ເຮົາ ກຳ ລັງ ຈະ ເຮັດ (ນ). \v 18 ບັນ ດາ ເຊື້ອ ສາຍ ຂອງ ລາວ ຈະ ກາຍເປັນ ຊົນ ຊາດ ທີ່ ຍິ່ງ ໃຫຍ່ ທັງ ມີ ອຳນາດ ແລະ ໂດຍ ຜ່ານ ທາງ ລາວ ເຮົາ ຈະ ອວຍພອນ ຊົນ ຊາດ ທັງ ປວງ. (ຢ) \v 19 ເຮົາ ໄດ້ ເລືອກ ເອົາ ລາວ ເພື່ອ ວ່າ ລາວ ຈະ ບອກສອນ ລູກໆ ກັບ ເຊື້ອ ສາຍ ຂອງ ລາວ ໃຫ້ ເຊື່ອ ຟັງ ເຮົາ ທັງ ປະພຶດ ສິ່ງ ທີ່ ຖືກ ຕ້ອງ ແລະ ຊອບທຳ. ຖ້າ ລາວ ຍອມ ເຮົາ ກໍ ຈະ ເຮັດ ທຸກສິ່ງ ຕາມ ທີ່ ເຮົາ ໄດ້ ສັນ ຍາ ໄວ້ ກັບ ລາວ ນັ້ນ ທຸກ ປະການ.”